ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 18:44:40    
ທາງ​ຫລວງ​ຄຸນ​ມິງ​ບາງ​ກອກ​ຢູ່​ໃນ​ແດນ​ຈີນ​ແລ່ນ​ລົດ​​ໄດ້​​ແລ້ວ ການ​ຄ້າ​ຈີນ​ອາ​ຊຽນ​ໄວ້​ຂຶ້ນ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວສານ​ຈີນ:ວັນ​ທີ 21 ມີນານີ້,ທາງ​ຫລວງ​ສາກົນ​ແຕ່​ເມືອງ​ຄຸນ​ມິ​ງ ຂອງ​ຈີນ​ໄປ​ຮອດ​ບາງ​ກອກ​ຂອງ​ໄທ​ຕອນຢູ່​ໃນ​ແດນ​ຈີນ​ໄດ້ສ້າງ​ສຳ​ເລັດ​ແລ່ນ​ລົດ​ໄດ້​ແລ້ວ, ການ​ຄ້າ​ລະຫວ່າງຈີນ​ກັບອາ​ຊຽນຈິ່ງ​ໄວ້​ຂຶ້ນ​ຢ່າງຮອບດ້ານ.

ຜູ່​ຮັບຜິດຊອບ​ຂອງ​ພະ​ແນ​ກການ​ຄ້າ​ແຂວງ​ຢຸນນານ​ຈີນ​ກ່າວ​ວ່າ, ທາງ​ຫລວງ​ຄຸນ​ມິ​ງບາງກອກແລ່ນ​ລົດ​ໄດ້​ຕະຫລອດສາຍ​,ຈະ​ຊຸກ​ຍູ້​ໃຫ້ການ​ຄ້າ​ບໍລິການ ການ​ຂົນ​ສົ່ງ​ຂ້າມ​​ແດນ ​ໂທລະ​ຄົມ​ສາກົນ​ແລະ​ການ​ສົ່ງ​​ແຮງ​ງານ​ອອກ​ນອກເພີ່ມ​ຫລາຍ​ຂຶ້ນ.

ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ຄຽງ​ຄູ່​ກັບການ​ສ້າງ​ທາງ​ຫລວງ​ສຳ​ເລັດຜົນ, ​ແຕ່ລະ​ປີ, ຈີນ​ກັບ​ອາ​ຊຽນຈະ​ມີ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເຖິງ 100 ຕື້​ໂດ​ລາ​ສົ່ງເຂົ້າອອກຜ່ານ​ທາງ​ຫລວງ​ດັງ​ກ່າວ, ການ​ໄປມາຫາ​ສູ່​ກັນ​ດ້ານ​ການ​ຄ້າ​ຈະ​ໄວ້​ຂຶ້ນ​ຢ່າງຮອບດ້ານ.

​ໃນ​ຫລາຍ​ປີ​ມານີ້, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ໄດ້​ລົງ​ເລິກ​ເຂົ້າ​ເລື້ອຍໆ, ທາງ​ຫລວງ​ຄຸນ​ມິ​ງ ບາງກອກ​ແລ່ນ​ລົດ​ໄດ້​ຕະຫລອດ​ສາຍຈະ​ຊຸກ​ຍູ້​ການ​ໄປມາຫາ​ສູ່​ກັນ​ດ້ານ​ເສດຖະກິດ​ຢູ່​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນຕື່ມ​ອີກ.