ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 14:28:02    
ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ກັບ​ອົງ​ການ​ຮາ​ມັສ​ເຫັນ​ດີ​ຟື້ນ​ຟູ​ການ​ເຈ​ລະ​ຈາ

cri
ຕາມ​ຂ່າວ CRI: ວັນ​ທີ 23 ມີນາ​ນີ້, ຢູ່​ຊາ​ນາ ນະ​ຄອນ​ຫຼວງ​ເຢ​​ແມນ, ຜູ້​ແທນ​ອົງການ​ປົດ​ປ່ອຍ​ປາ​ເລັສ​ຕິນ​ກັບ​ອົງການ​ຮາ​ມັສ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ, ​ເຫັນ​ດີ​ຟື້ນ​ຟູ​ການ​ເຈລະຈາ​ໂດຍ​ກົງ​ພາຍ​ໃຕ້​ຂອບ "ຂໍ້​ລິ​ເລີ່ມ​ເຢ​ແມນ".

ວັນ​ທີ 23 ມີນາ​ນີ້, ຄະນະ​ຜູ້​ແທນ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນກັບ​ຄະນະ​ຜູ້​ແທນ​ອົງການ​ຮາ​ມັສ​ໄດ້ເຊັນ​ສັນຍາ, ກ່າວ​ຢ້ຳ​ເຖິງ "ຄວາມ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ, ຜືນ​ແຜ່ນດິນ​ແລະ​ອຳນາດການ​ປົດ​ຄອງ​ຂອງ​ປ​າ​ເລັສຕິນ". ສອງ​ຝ່າຍ​ເຫັນ​ດີ​ຮັບ​ເອົາ "ຂໍ້​ລິ​ເລີ່​ມ​ເຢ​ແມນ" ​ເປັນ​ຂອບ​ສຳ​ລັບ​ການ​ຟື້ນ​ຟູ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ, ​ເພື່ອ​ເຮັດ​ໃຫ້​ສະຖາ​ນະ​ການ​ປາ​ເລັສຕິນກັບ​ຄືນ​ສູ່​ສະພາບ​ການ​ກ່ອນ​ເຫດການ​ກາຊາ.

ວັນ​ທີ 23 ມີນາ​ນີ້, ທ່ານ​ອາມ ມູຊາ​ເລຂາທິການ​ໃຫຍ່​ສັນນິບາດ​ອາຣາບ​ໄດ້​ອອກ​ຖະ​ແຫຼງ​ການ, ​ໂດຍ​ກ່າວ​ວ່າ, ຊົມ​ເຊີຍ​ຕໍ່​ອົງການ​ຮາ​ມັສກັບ​ອົງການ​ອານ​ຟາ​ຕາທີ່​ຟື້ນ​ຟູ​ການ​ເຈລະຈາ​ກັນ. ທ່ານ​ມູຊາ​ກ່າວວ່າ, ສັນຍາ​ດັ່ງ​ກ່າວ​ແມ່ນ "ບາດກ້າວ​ອັນ​ຕັ້ງໜ້າ" ​ເພື່ອ​ຊຸກ​ຍູ້​ໃຫ້​ປາ​ເລັສຕິນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ​ພາຍ​ໃນ.