ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 15:06:36    
ລາຍ​ໄດ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃນ​ປີ​ກາຍ​ນີ້​ບັນ​ລຸ 800 ຕື້​ໂດ​ລາ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 24 ມີນາ​ນີ້, ທ່ານ​ທາ​ເລັບ ຣີຟາຍ ຮອງ​ລາ​ຂາ​ທິການ​ໃຫຍ່​ອົງການ​ທ່ອງ​ທ່ຽວ​ໂລກ​ກ່າວ​ວ່າ, ລາຍ​ໄດ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃນ​ປີ 2007 ​ໄດ້​ບັນລຸ 800 ຕື້​ໂດ​ລາ​ແລ້ວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ບັນລຸ 900 ລ້ານ​ເທື່ອ​ຄົນ.

ທ່ານ​ທາ​ເລັບ ຣີຟາຍ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ "ກອງ​ປະຊຸມ​ສາກົນ​ຄຸ້ມ​ຄອງ​ການ​ທ່ອງທ່ຽວ​ແລະ​ພັດທະນາ​ແບບ​ຍືນ​ຍົງ​ຂອງມໍລະດົກ​ໂລກ" ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຮວງ​ຊ່ານ​ແຂວງ​ອ່ານ​ຮຸ່ຍ​ຈີນ. ທ່ານ​ກ່າວ​ວ່າ, ປີ 2007 ​ແມ່ນ​ປີທີ 4 ​ທີ່​ຂະ​ແໜງ​ການ​ທ່ອງທ່ຽວ​ໂລກ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ, ຮອດ​ປີ 2020, ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຕ່າງປະ​ເທດຈະ​ບັນລຸ 1 ຕື້ 600 ລ້ານ​ເທື່ອ​ຄົນ. ການ​ທ່ອງທ່ຽວ​ວັດທະ​ນະທຳ​ຂອງ​​ແຫ່ງ​ທີ່​ເປັນ​ມໍລະດົກ​ໂລກຄາດ​ວ່າ​ຈະ​ກາຍ​ເປັນ​ອຸດສາ​ຫະກຳ​ທີ່​ພັດທະນາ​ໄວ​ກວ່າ​ໝູ່​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ.