ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 17:31:23    
ເວັບ​ໄຊ​ຂອງ​ໂທ​ລະ​ພາບ RTL ​ເຢຍ​ລະ​ມັນ​ຍອມ​ຮັບ​ວ່າ ການ​ລາຍ​ງານ​ຂ່າວ​ຕໍ່​ເຫດ​ການ​ຈະ​ລາ​ຈົນ​ຕິ​ເບດ​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ

cri
ຕາມ​ຂ່າວ​ສານ​ຊິ່ນ​ຮວາ: ວັນ​ທີ 2​3 ມີນາ​ນີ້, ເວັບ​ໄຊ​ຂອງ​ໂທລະພາບ RTL ​ເຢຍລະ​ມັນ​ຖະ​ແຫຼງ​ການ​ຍອມຮັບ​ວ່າ​ການ​ລາຍ​ງານຂ່າວ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕິ​ເບ​ດຈີນມີ​ບັນ​ຫາ​ທີ່​ບໍ່​ຖືກ​ກັບ​ຄວາມຈິງ.

ຫວ່າງ​ມໍ່ໆ​ນີ້, ຂ່າວທາງເວັບ​ໄຊ​​ຂອງ​ໂທລະພາບ RTL ​ເຢຍລະ​ມັນ​ເຄີຍ​ເຜີຍ​ແຜ່ຮູບ​ຖ່າຍ​ອັນ​ໜຶ່ງ​ທີ່​ມີ​ຕຳຫຼວດ​​ 4 ຄົນພວມ​ແກວ່ງ​ຄ້ອນ​ໄລ່​ຕີ​ຜູ້​ແຫ່​ຂະ​ບວນ, ​ແລະ​ອະທິບາຍ​ວ່າ, ​ແມ່ນ​ຕຳຫຼວດຈີນ​ກຳລັງ​ປາບ​ປາມຜູ້​ປະ​ທ້ວງຢູ່​​ເຂດ​ຕິ​ເບ​ດ. ວັນ​ທີ 23 ມີນາ​ນີ້, ເວັບ​ໄຊ​ດັ່ງກ່າວ​ຍອມ​ຮັບວ່າ​ໄດ້​ໃສ່​ຄຳ​ອະທິບາຍ​ຜິດພາດ​ຕໍ່​ຮູບ​ຖ່າຍ​ດັ່ງກ່າວ, ທີ່​ຈິງ​ແລ້ວ, ມັນ​ແມ່ນ​ຕຳຫຼວດ​ເນ​ປານ​ຂັບ​ໄລ່​ຜູ້​ແຫ່​ຂະ​ບວນ​ຢູ່​ກັດ​ມັນ​ດູ​ໃນ​ວັນ​ທີ 17 ມີນາ​ນີ້. ເວັບ​ໄຊ​ຂອງ​ໂທ​ລະ​ພາບ RTL ​ໄດ້ຍອມຮັບ​ຄວາມ​ຜິດ​ຂອງ​ຕົນ​ດັ່ງກ່າວ​ໃນ​ຖະ​ແຫຼງການ, ​ແລະ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເລື່ອງ​ນີ້.