
ຕາມຂ່າວCRI:ວັນທີ 24 ມີນານີ້,ໄຟສັກສິດຂອງງານກິລາໂອລິມປິກປັກກິ່ງປີ 2008 ໄດ້ຈູດໄຟຢູ່ໂອລິມເປຍແຫ່ງເກຼັກ.ໃນການສົ່ງຕໍ່ທວນໄຟ,ນາງລົວສົວຈ່ວນ ຜູ້ຖືທວນໄຟຜູ້ທຳອິດ ນັກກິລາລອຍນ້ຳທີ່ມີຊື່ສຽງຂອງຈີນໄດ້ຮັບໄຟສັກສິດຂອງງານກິລາໂອລິມປິກປັກກິ່ງ.
ພາຍຫຼັງໄຟສັກສິດຂອງງານກິລາໂອລິມປິກໄດ້ຈາກສະຖານທີ່ໄຕ້ເຊື້ອໄຟສົ່ງໄປຮອດປະຕູສະຖານທີ່ຮ່ອງຮອຍໂອລິມເປຍບູຮານແລ້ວ,ນາງລົວສົວຈ່ວນໄດ້ຮັບໄຟສັກສິດຈາກມືຂອງທ່ານອາລິກຊັນເດີ ນິກລາດາສ ນັກກິລາເກຼັກ,ແລະສົ່ງໄຟສັກສິດໄປຮອດສຳນັກອົງການປົກຄອງໂອລິມເປຍ.ຕາມຂ່າວແຈ້ງວ່າ,ການໃຫ້ຜູ້ຖືທວນໄຟຂອງປະເທດເຈົ້າພາບຈັດງານກິລາໂອລິມປິກມາສົ່ງຕໍ່ທວນໄຟໃນໄລຍະທາງຕອນສຳຄັນດັ່ງກ່າວ,ແມ່ນເປັນເທື່ອທຳອິດໃນປະຫວັດສາດງານກິລາໂອລິມປິກສະໄໝໃໝ່.
|