ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 10:43:17    
ນັກ​ວິ​ຊາ​ການ​ວົງ​ການ​ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ:​ສື່​ມວນ​ຊົນ​​ຕາ​ເວັນ​ຕົກ​ຈຳ​ນວນ​ຫນຶ່ງ​ບິດ​ເບືອນ​ເລື່ອງ​ຈິງ​ຂອງ​ເຫດ​ການ​ຈະ​ລາ​ຈົນ​ຢູ່​ເມືອງ​ລາ​ຊາ

cri
ຕາມ​ຂ່າວສານ​ຊີ​ນຮວາ: ນັກວິຊາການ​ວົງ​ການ​ສື່​ມວນ​ຊົນ​ຈີນ​ກ່າວ​ວ່າ, ​ໃນ​ເວລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ລາຊາ​ໃນ​ວັນ​ທີ14 ມີນາ​ນັ້ນ​ສື່​ມວນ​ຊົນ​ຈຳນວນ​ຫນຶ່ງ​ຂອງ​ຝ່າຍ​ຕາ​ເວັນ​ຕົກໄດ້ບິດ​ເບືອນ​ເລື່ອງ​ຈິງ.

ທ່ານ​ກູ້​ຊາງ​ຫລິ້ງ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ສື່ສານ​ມວນ​ຊົນຂອງ​ມະຫາວິທະຍາ​ໄລປະຊາຊົນ​ຈີນ​ກ່າວ​ວ່າ, ​ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ລາຊາ​ຂອງ​ສື່​ມວນ​ຊົນ​​ຕາ​​ເວັນ​ຕົກ​ຈຳນວນ​ຫນຶ່ງ​ໄດ້​ໃຊ້​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຢ່າງ​ຫລວງຫລາຍ,​ເຊິ່ງລວມທັງ​ການ​ດັດ​ແປງ​ຕັດ​ຕໍ່ຮູບ​ຖ່າຍ​,​ເພື່ອ​​ເຮັດ​ໃຫ້ຜູ່​ອ່ານ​ຜູ່​ຊົມ​ເຂົ້າ​ໃຈ​ຜິດ,​ເພື່ອປິ້ນຂາວ​ໃຫ້​ເປັນ​ດຳ,​ເສກ​ສັນປັ້ນ​ແຕ່ງ; ​ແລະ​ໃຊ້​ຮູບ​ຖ່າຍ​ທີ່​ບໍ່​ກ່ຽວຂ້ອງ​ກັບ​ເຫດການ​ນີ້​ເລີຍ.ທ່ານ​ເຫັນ​ວ່າ, ການ​ເຮັດ​​ແບບ​ນີ້​ຂອງ​ສື່​ມວນ​ຊົນ​ຕາ​ເວັນ​ຕົກ​ແມ່ນ​ຍ້ອນ​ມີ​ອິດ​ທິກຳ​ລັງ​ການ​ເມືອງ​ຈຳນວນ​ຫນຶ່ງ​ເຂົ້າຮ່ວມ​ຢ່າງບໍ່​ຕ້ອງ​ສົງ​ໃສ.

ທ່ານ​ອິນ​ຢູ້ນກົງ ຫົວຫນ້າ​ສະ​ຖາ​ບັນສື່ສານມວນ​ຊົນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ຫລັງ​ເກີດ​ເຫດ​ແລ້ວ, ລັດຖບະ​ນຈີນ​ໄດ້​ເຜີຍ​ແຜ່​ເລື່ອງ​ຈິງ​ຢ່າງ​ວ່ອງ​ໄວ,ຜູ່​ນຳ​ລັດຖະບານ​ຈີນ​ຍັງ​ໄດ້​ກ່າວໂຕ້​ຕອບຕໍ່​ກຸ່ມ​ດາ​ໄລລາ​ມະ​ຢູ່​ສະຖານ​ທີ່ສາທາລະນະ​ທີ່​ສຳຄັນ,ທັງ​ຫມົດ​ເຫລົ່າ​ນີ້​​ເຮັດ​ໃຫ້​ຈີນ ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຫາງ​ສຽງ​ສາກົນ.

ທ່ານ​ກ່າວວ່າ, ປະຊາຊົນ​ຕິ​ເບ​ດປາຖະຫນາ​ຫາ​ສັນຕິພາບ​ແລະ​ຄວາມ​ຫມັ້ນຄົງ, ສ່ວນ​ສື່​ມວນ​ຊົນບາງ​ແຫ່ງ​ທີ່​ມີ​ເຈດຈຳນົງແນວ​ອື່ນ​ນັ້ນ, ຈີນ​ຫວັງ​ວ່າ​ຢ່າງ​ຫນ້ອຍ​ເຂົາ​ເຈົ້າຄວນເຄົາລົບ​ເລື່ອງ​ຈິງ, ບໍ່​ຄວນ​ເວົ້າ​ທົ່ວທີບ.