ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 15:27:12    
ທ່ານ​ບັນ​ກີ​ມຸນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຍົກ​ສູງ​ຄວາມ​ສາ​ມາດ​ຕ້ານ​ວັນ​ນະ​ໂຣກ

cri
ຕາມ​ຂ່າວ CRI: ວັນ​ທີ 24 ມີນາ​ແມ່ນ​ວັນ​ປ້ອງ​ກັນ​ວັນນະ​ໂຣກ​ຂອງໂລກ, ທ່ານ​ບັນ​ກີ​ມຸນ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້ກ່າວ​ຄຳ​ປາ​ໄສ, ຮຽກຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະຍາຍາມ​ນຳ​ກັນ​ຕ້ານ​ວັນ​ນະ​ໂຣກ.

ໃນ​ຄຳປາ​ໄສ, ທ່ານ​ບັນ​ກີ​ມຸນ​ກ່າວ​ວ່າ,​ໂດຍ​ມີ​ຄວາມ​ພະຍາຍາ​ມພ້ອມ​ກັນ​ຂອງ​ປະຊາ​ຄົມ​ໂລກ, ອັດ​ຕາ​ຜູ້​ເປັນ​ວັນນະ​ໂຣກ​ໄດ້​ຄ່ອຍ​ຫຼຸດລົງ, ​ແຕ່​ຍ້ອນ​ຕົວ​ເລກ​ພື້ນຖານ​ແຫ່ງ​ປະ​ຊາ​ກອນ​ຫຼາຍ​ໂພ​ດ, ປະຈຸບັນ, ​ ຍັງ​ມີ​ຜູ້​ເປັນ​ວັນ​ນະ​ໂຣກ​ຕາຍ 4000 ຄົນ​ໃນແຕ່​ລະ​ມື້, ຕົວ​ເລກ​ນີ້​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ.

ບົດ​ລາຍ​ງານ​ທີ່​ອົງການ​ອະນາ​ໄມໂລກ​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ນີ້​ເຫັນ​ວ່າ, ຖ້າ​ເຊື້ອ​ພະຍາດ​ຂອງ​ວັນ​ນະ​ໂຣກ​ປະສົມ​ກັບ​ເຊື້ອ​ພະຍາດ​ເອດ, ອັດ​ຕາ​ການ​ຕາຍ​ຍັງ​ຈະ​ສູງ​ຂຶ້ນ​ອີກ. ທ່ານ​ບັນ​ກີ​ມຸນ​ແຈ້ງ​ຂ່າວ​ວ່າ, ສະຫະ​ປະຊາ​ຊາດ​ຈະ​ຈັດ​ເວທີ​ປາ​ໄສ​ຜູ້ນຳ​ທົ່ວ​ໂລກ​ກ່ຽວ​ກັບ​ບັນຫາ​ພະຍາດ​ເອດ​ແລະ​ວັນ​ນະ​ໂຣກ​ໃນ​ເດືອນ​ມິຖຸນາ​ປີ​ນີ້​ເພື່ອ​ຫວັງ​ຢາກ​ຫຼຸດ​ຜົນ​ຮ້າຍ​ຂອງ​ວັນນະ​ໂຣກທີ່​ມີ​ຕໍ່​ມວນ​ມະນຸດ​ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ທົ່ວ​ໂລກ​.