ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 17:55:04    
ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ຈັບ​ຕົວ​ຜູ້​​ຕ້ອງ​ຫາ​ຄະ​ດີ​ກໍ່​ຈະ​ລາ​ຈົນ

cri Author: shuohongmi
ຕາມ​ຂ່າວCRI:ວັນ​ທີ24​ມີນາ​ນີ້,ກະຊວງ​ປ້ອງ​ກັນ​ຄວາ​ມສະຫງົບ​ຂອງ​ຈີນໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ປັກ​ກິ່ງ,​ແຈ້ງ​ຜົນ​ການ​ສືບ​ສວນ​ຄະ​ດີ​ຈູດ​ເຜົາ​ສອງ​ລາຍ​ທີ່​ເກີດ​ຂຶ້ນຢູ່​ນະຄອນ​ລາ ຊາ ​ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ ​ເຊິ່ງພາ​ໃຫ້ຫຼາຍຄົນ​ເສຍ​ຊີວິດ.ຜູ້​ຕ້ອງ​ຫາ5​ຄົນ​ໄດ້​ຖືກ​ຈັບ​ຕົວ.

ວັນ​ທີ14​ມີນາ​ນີ້,ຢູ່​ນະຄອນ​ລາຊາ​ໄດ້​​ເກີດ​​ເຫດການ​ຈະລາຈົນທຸບ​ຕີ ທັບ​ມ້າງ ປຸ້ນ​ຈີ້​ແລະ​ຈູດ​ເຜົາ.​ໃນ​ນັ້ນ,​ຄະ​ດີ​ເຜົາ​ຮ້ານ​ເຄື່ອງ​ນຸ່ງ​ອີ​ຊຸນ​ທີ່​ເກີດ​ຂຶ້ນຢູ່​ນະ​ຄອນ​ລາຊາ​ແລະ​ຄະ​ດີ​ເຜົາ​ຮ້ານ ຂາຍ​ລົດ​ຈັກ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຕາ​ຊື່​ຕ່າງ​ໄດ້​ພາ​ໃຫ້​ປະ​ຊາ​ຊົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ຫຍັງ​ເສຍ​ຊີ​ວິດ​ຫຼາຍ​ຄົນ.​ໃນ​ກອງ​ປະ​ຊຸມ​ຂ່າວ,​ນາງ​ຊັ້ນ​ຮຸ້ຍ​ໝິນ ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ຂອງ​ຈີນ​ໄດ້​​ແຈ້ງ​ສະ​ພາບ​ການ​ຈັບ​ຕົວ​ຜູ້​ຕ້ອງ​ຫາ​ສູ່​ຟັງ.​ນາງ​ກ່າວ​ວ່າ:​"ຫວ່າງ​ມໍ່ໆ​ນີ້,​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ນະ​ຄອນ​ລາ​ຊາ​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ຫາ​3​ຄົນ​​ໃນ​ຄະ​ດີ​ເຜົາ​ຮ້ານ​ເຄື່ອງ​ອີ​ຊຸນ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ລາ​ຊາ,​ແລະ​ຜູ້​ຕ້ອງ​ຫາ2​ຄົນ​​ໃນ​ຄະ​ດີ​ເຜົາ​ຮ້ານ​ຂາຍ​ລົດ​ຈັກ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ຕາ​ຊື່.​ເມື່ອ​ໄດ້​ສອບ​ສວນ​ໃນ​ເບື້ອງ​ຕົ້ນ​ແລ້ວ,​ຜູ້​ຕ້ອງ​ຫາ​ໄດ້​ໃຫ້ ການ​ສາ​ລະ​ພາບ​ວ່າ ໄດ້​ກະ​ທຳ​ຜິດ​ແທ້.​"

ຂ່າວ​ແຈ້ງວ່າ,ເວລາ 14 ​ໂມງ  30 ນາທີ​ຂອງ​ວັນ​ທີ 14 ມີນາ​ນີ້ ຜູ່​ຕ້ອງ​ຫາ​ສາມ​ຄົນ​ຄື ນາງ​ຊີ​ເມີຍ​ລາ​ຈົ່ງ​ ນາງ​ປ່ຽນ​ຈີ​ແລະ​ອີກຜູ່​ຫນຶ່ງໄດ້​ມາ​ຮອດ​ຮ້ານ​ຂາຍ​ເຄື່ອງນຸ່ງ​ອີ​ຊຸນ​ທີ່​ຕັ້ງຢູ່​​ເຂດ​ກາງຂອງ​ຖະຫນົນ​​ປັກ​ກິ່ງ​ເມືອງ​ລາຊາ.​ໃນ​ເວລາ​ນັ້ນ, ປະຕູ​ມ້ວນຂອງ​ຮ້ານ​ນີ້​ໄດ້​ຖືກ​ຜູ່​ກະທຳ​ຜິດ​ຜູ່​ອື່ນໆ​ບຸກ​ເຂົ້າ​ແລ້ວ, ​ເຄື່ອງ​ແລະ​ຊັບ​ສິນ​ໃນ​ຮ້ານ​ນີ້​ສ່ວນ​ຫລາຍ​ຖືກ​ປຸ້ນ​ໄປ​ຫມົດ.ຜູ່​ຕ້ອງ​ຫາ​ສາມ​ຄົນ​ດັ່ງກ່າວ​ກໍ່ຕ່ອຍ​ກັບ​ໄຟ​ຈູດ​ເຄື່ອງ​ນຸ່ງ​ແລະ​ໄມ້​ແຂວນ​ເຄື່ອງນຸ່ງ​ຢູ່​ໃນ​ຮ້ານ​ທີ່​ຍັງບໍ່​ທັນ​ຖືກ​ປຸ້ນ​ໄປ​ນັ້ນສາມ​ເທື່ອຕິດໆ​ກັນ,​ເຮັດ​ໃຫ້​ຮ້ານ​ຖືກ​ໄຟ​ໄຫມ້ຢ່າງ​ແຮງ​ພາຍ​ໃນ​ເວລາ​ສັ້ນ, ຜູ່​ຂາຍ​ເຄື່ອງນຸ່ງ​ເພດ​ຍິງ​ເຜົ່າ​ຮ້ານ​ແລະ​ເຜົ່າ​ຕິ​ເບ​ດ​ໃນ​ຮ້ານ​ນີ້ມີ​ 5 ຄົນເຊັ່ນ ນາງຢາງ​ຕຸ່ງ​ເຫມີຍ​ແລະ​ນາງ​ຊື​ເຢີ​ນ​ໂຈ​ກາ​ເປັນຕົ້ນຖືກ​ເຜົາ​ຕາຍ.

​ຄະດີ​ຈູດ​ໄຟ​​ເຜົາອີກ​ລາຍ​ຫນຶ່ງ​ເກີດ​ຂຶ້ນ​ໃນເວລາ 22 ​ໂມງຂອງວັນ​ທີ 15 ມີນາ​.​ໃນ​ເວລາ​ນັ້ນ, ​ໂລ້​ຢ້າ ຜູ່​ຕ້ອງ​ຫາ​ໄດ້​ເຂົ້າຮ່ວມ​ການ​ກໍ່​ຈະລາຈົນ​ຢູ່​ເມືອງ​ນ້ອຍເຕີ​ຊິ້ງຂອງ​ເມືອງ​ຕາ​ຈື່​ຢູ່​ລາຊາ,ພາຍຫລັງ​ໄດ້​ຈູດ​ໄຟ​ເຜົາ​ຮ້ານ​ຄ້າຮ້ານ ຫນຶ່ງ​ແລ້ວ, ​ໂລ້​ຢາ​ໄດ້​ແລ່ນ​ໄປ​ຮ້ານ​ຂາຍ​ລົດຈັກ​ຫລັງ​ຫນຶ່ງ, ພ້ອມ​ກັບ​ກ່າງ​ຈູ ຜູ່​ຕ້ອງ​ຫາ​ອີກ​ຜູ່​ຫນຶ່ງ,ພັງ​ປະຕູ​ມ້ວນຂອງ​ຮ້ານ​ນີ້​ແລະ​ຈູດ​ໄຟ​ເຜົາ​ຮ້ານ.​ເມື່ອ​ຮ້ານ​ຖືກ​ໄຟ​ໄຫມ້​ແລ້ວ, ​ໂລ້​ຢາ​ແລ່ນ​ໄປ​​ຮ້ານ​ຂາຍ​ຂະຫນົມ​ມານ​ເທົາ​ຢູ່ທາງ ຂ້າງ,ຖີ້ມຖັງ​ອາຍ​ແກັ​ສ໊ສອງ​ຖັງ​ເຂົ້າ​ໄປ​ໃນ​ຮ້ານ​ຂາຍ​ລົດຈັກ,​ເຮັດ​ໃຫ້​ຫ້າ​ຄົນ​ທີ່​ລີ້​ຢູ່​ໃນ​ຊັ້ນສອງ​ຂອງ​ຮ້ານັ້ນ​ເສຍ​ຊີວິດ,​ໃນ​ນັ້ນລວມທັງ​ຜົວ​ເມຍ​ຄູ່​ຫນຶ່ງ​ພ້ອມ​ກັບ​ລູກ​ຊາຍ​ທີ່ຫາ​ກໍ່​ໄດ້ 8 ​ເດືອນ​ທໍ່ນັ້ນ, ​ແລະ​ຊ່າງ​ສ້ອມ​ແປງ 2 ຄົນ.

ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ກົມ​ໂຄສະ​ນາ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​​ເປີດ​ວິ​ດີ​ໂອ​ສຳຫຼວດ​ບ່ອນ​ເກີດ​ເຫດການ​ຂອງ​ສອງ​ຄະດີ​ດັ່ງກ່າວ, ​ໂຫດ​ຮ້າຍ​ທາ​ລຸນ​ຫຼາຍ.​ນາງ​ຊ້ານ​ຮຸ້ຍ​ມິນ​ກ່າວ​ວ່າ:"ການ​ກະທຳ​ຂອງ​ຜູ້​ຕ້ອງ​ຫາ 5 ຄົນ​ດັ່ງກ່າວ​ໄດ້​ຝ່າ​ຝືນ​ກົດ​ໝາຍ​ຂອງ​ຈີນ.​ຄະ​ດີ​ຈູດ​ໄຟ​ເຜົາ​ສອງ​ເທື່ອ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ,​ເຫດ​ການ '​14​ມີ​ນາ'​ບໍ່​ແມ່ນ​ອັນ​ທີ່​ເອີ້ນ​ວ່າ​'ການ​ແຫ່​ຂະ​ບວນ​ຢ່າງ​ສັນ​ຕິ'​ຫຼື​'​ການ​ປະ​ທ້ວງ​ຢ່າງ​ສັນ​ຕິ',​ຫາກ​ແມ່ນ​ເຫດ​ການ​ກໍ່​ຈະລາຈົນ​ອັນ​ຮ້າຍ​ແຮງ."

ໂດຍ​ອີງ​ຕາມ​ຄຳ​ໃຫ້​ການ​ຂອງ​ຜູ້​ຕ້ອງ​ຫາ​ທີ່​ເຂົ້າ​ຮ່ວມ​ເຫດ​ການ​ຈະ​ລາ​ຈົນ​"14​ມີ​ນາ"​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ລາ​ຊາ, ​ເຫດ​ການ​ກໍ່​ຈະ​ລາ​ຈົນ​ອັນ​ຮ້າຍ​ແຮງ​ເທື່ອ​ນີ້​ແມ່ນ​ກຸ່ມ​ດາ​ໄລ​ລາ​ມະ​ວາງ​ແຜນ,​ມີ​ເຈດ​ຈຳ​ນົງ​ຕັ້ງ​ໃນ​ປຸກ​ປັ່ນ​ກໍ່​ຂຶ້ນ, ​ແມ່ນ​ອິດ​ທິ​ກຳລັງ​ແບ່ງ​ແຍກ "ຕິ​ເບ​ດ​ໃຫ້​ເປັນ​ເອ​ກະ​ລາດ" ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ສົມ​ຮູ້​ຮ່ວມ​ຄິດ​ກັນ​ກໍ່​ຂຶ້ນ.

ການ​ກະທຳຈະລາ​ຈົນ​ຂອງ​ຜູ້​ຕ້ອງ​ຫາ​ໄດ້​ນຳ​ເອົາ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ມາ​ໃຫ້​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຕິ​ເບ​ດ,​ປະ​ຊາ​ຊົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ 18​ຄົນ​ຖືກ​ໄຟ​ເຜົາ​ຕາຍ​ຫຼື​ຖືກ​ຟັນ​ຕາຍ,​ຄວາມ​ເສຍ​ຫາຍ​ໂດຍ​ກົງ​ຫຼາຍ​ກວ່າ​300​ລ້ານ​ຢວນ.

ປະຈຸ​ບັນ, ວຽກ​ງານ​ສຳ​ຫຼວດ​ສອງ​ຄະ​ດີ​ຈູດ​ໄຟ​ເຜົາ​ດັ່ງກ່າວ​ຍັງ​ພວມ​ດຳ​ເນີນ​ຢູ່.​ຕາມ​ການ​ສືບ​ສວນ​ເບື້ອງ​ຕົ້ນ,​ຜູ້​ຕ້ອງ​ຫາ 5 ຄົນ​ໄດ້​ໃຫ້​ການ​.