ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 17:52:55    
ດາວ​ທຽມ"ຊາງ​ເອີ​ເລກ 1"ຄາດ​ວ່າຈະ​ສຳ​ເລັດ​ການ​ຖ່າຍຮູບຜິວດ້ານ​ນອກ​ທັງ​ໝົດຂອງ​ດວງຈັນໃນ​​ເດືອນ​ສິງຫາ​ປີ​ນີ້

cri Author: cai
ຕາມ​ຂ່າວCRI:ວັນ​ທີ 25 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ລວນ​ເອິ່ນ​ເຈຍ ຜູ້​ບັນຊາ​ການ​ໃຫຍ່​ໂຄງການ​ສຳ​ຫຼວດດວງ​ຈັນ​ຂອງ​ຈີນ​​ເປີດ​ເຜີຍ​ວ່າ,ດາວ​ທຽມ​ສຳ​ຫຼວດດວງ​ຈັນ"ຊາງ​​ເອີ​ເລກ 1"ຄາດ​ວ່າຈະ​ສຳ​ເລັດການຖ່າຍຮູບຜິວ​ດ້ານນອກ​ທັງ​ໝົດ​ຂອງ​ດວງ​ຈັນ​ໃນ​ເດືອນ​ສິງຫາ​ປີ​ນີ້.

ທ່ານ​ລວນ​ເອິ່ນ​ເຈຍ​ກ່າວ​ວ່າ,ປະຈຸ​ບັນ,ດາວ​ທຽມ"ຊາງ​ເອີ​ເລກ 1"​ເຮັດ​ວຽກ​ເປັນ​ປົກກະຕິ.​ເພື່ອໃຫ້​ມັນ​ໄດ້​ຮັບ​ພະລັງ​ແສງ​ຕາ​ເວັນ​ຢ່າງ​ພຽງ​ພໍ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນັກ​ວິທະ​ຍາ​ສາດ​ໄດ້​ປັບປຸງ​ລະບົບ​ເຮັດ​ວຽກ​ຂອງ​ມັນ,​ແລະ​ໄດ້​ປິດ​ເຄື່ອງ​ສຳ​ຫຼວດ​ສ່ວນ​ໜຶ່ງ​ທີ່​ບັນຈຸຢູ່​​ໃນ​ດາວ​ທຽມ,​ເຄື່ອງ​ສຳ​ຫຼວດ​ເຫຼົ່າ​ນີ້​ຈະ​ຟື້ນ​ຟູ​ການ​ເຮັດ​ວຽກ​ໃນ​ເດືອນ​ພຶດສະພາ​ປີ​ນີ້.

ດາວ​ທຽມ"ຊາງ​ເອີ​ເລກ 1"​ແມ່ນ​ເອົາຊື່​ຂອງ​ນາງ​ຊາງ​ເອີ​ເທບ​ທິດາ​ໃນ​​ເທບ​ນິຍາຍ​ບູຮານ​ຂອງ​ຈີນ​ມາ​ຕັ້ງ​​ເປັນຊື່,​ແມ່ນ​ດາວ​ທຽມ​ສຳ​ຫຼວດດວງ​ຈັນ​ໜ່ວຍ​ທຳ​ອິດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ແລະສົ່ງ​ຂຶ້ນດ້ວຍ​ຕົນ​ເອງ,ໄດ້ສົ່ງ​ຂຶ້ນ​ສູ່​ອະວະ​ກາດ​ໃນ​ວັນ​ທີ 24 ຕຸລາ​ປີ​ກາຍ​ນີ້.