ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 18:21:15    
ບົດ​ວິ​ເຄາະ​ຂ່າວ​ຂອງ​ຂ່າວສານ​ຊີ​ນຮວາ​ຂຽນ​ວ່າ ກຸ່ມ​ດາ​ໄລລາ​ມະ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ບໍ່​ຖືກ​ໃຈ​ຄົນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 25 ມີນາ​ນີ້,ຂ່າວສານ​ຊີ​ນຮວາ ຂ່າວສານ​ແຫ່ງ​ລັດຈີນ​ໄດ້​ພິມ​ບົດ​ວິ​ເຄາະ​ຂ່າວ​ຂຽນ​ວ່າ,ກຸ່ມ​ດາ​ໄລລາ​ມະ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ບໍ່​ຖືກ​​ໃຈ​ຄົນ.

ບົດ​ວິ​ເຄາະ​ຂ່າວ​ຂຽນ​ວ່າ,ປະຈຸ​ບັນ,ປະຊາຊົນ​​ເຜົ່າ​ຕ່າງໆ​ຂອງ​ຈີນ​ພວມ​ກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດ້ວຍ​ຄວາມ​ຈູບ​ຈ້າວ​ຫ້າວຫັນ.​ແຕ່​ວ່າ,ກຸ່ມ​ດາ​ໄລລາ​ມະຊ້ຳ​ພັດ​ຖື​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ໂອກາດ​ທີ່​ຫາ​ຍາກ​ທີ່​ສຸດ​ເພື່ອເຮັດ​ໃຫ້ການ​ເຄື່ອນ​ໄຫວຕິ​ເບ​ດ​ເປັນ​ເອກະ​ລາດ​ຫັນ​ເປັນ​ບັນຫາ​ສາກົນ.​ໃນ​ເດືອນ​ມັງກອນ​ປີ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ດາ​ໄລລາ​ມະ​ໄດ້​ຮຽກຮ້ອງອີກ​ໃຫ້​ຜູ້​ສະໜັບສະ​ໜູນ​ຂອງ​ເຂົາ​​ແຫ່​ຂະ​ບວນສະ​ແດງ​ກຳລັງ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ສວຍ​ໂອກາດ​ນີ້​ມາ​ໂຄສະນາຕິ​ເບ​ດ​ເປັນ​ເອກະລາດ."ສະມາຄົມ​ຊາວ​ໜຸ່ມ​ຕິ​ເບ​ດ"​ເຊິ່ງ​ເປັນ​ອົງການ​ທີ່​ມີ​ອິດ​ທິກຳລັງ​ໃຫຍ່​ກວ່າ​ໝູ່​ໃນ​ກຸ່ມ​ດາ​ໄລລາ​ມະ​ຈົນກະທັ້ງ​ເວົ້າວ່າຈະດຳ​ເນີນ​ການ​​ເຄື່ອນ​ໄຫວຕິ​ເບ​ດ​ເປັນ​ເອກະລາດ​ດ້ວຍ​ຮູບ​ການ​ລັດທິ​ກໍ່​ການ​ຮ້າຍ.

ບົດ​ວິ​ເຄາະ​ຂ່າວ​ຂຽນ​ວ່າ,ຄົນ​ທັງຫຼາຍ​ໄດ້​ຮູ້​ແລ້ວ​ວ່າ,​ໃນ​ທົ່ວ​ໂລກ​ບໍ່​ມີ​ປະ​ເທດ​ໃດ​ເຫັນ​ວ່າ​ຕິ​ເບ​ດມີ​ຫຼັກ​ອ້າງ​ອີງ​ເປັນ​ເອກະ​ລາດ,ກໍ່​ບໍ່​ມີ​ລັດຖະບານປະ​ເທດ​ໃດຮັບຮອງອັນ​ທີ່​ວ່າ"ລັດຖະບານ​ພັດ​ຖິ່ນ"ຂອງ​ດາ​ໄລລາ​ມະ.ບົດ​ວິ​ເຄາະ​ຂ່າວ​ຂຽນ​ວ່າ,ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ​ແມ່ນ​ສິດສັກສິດ​ທີ່ປະຊາຊົນ​ທົ່ວ​ໂລກ​ໃຫ້​ຈີນ.ກຸ່ມ​ດາ​ໄລລາ​ມະ​ຢາກ​ເຮັດ​ໃຫ້​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງຫັນ​ເປັນ​ບັນຫາ​ການ​ເມືອງ​ແມ່ນ​ຈະ​ເສຍ​ໄຊ​ຢ່າງ​ແນ່ນອນ.