ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 18:27:24    
ຈີນ​ຈະ​ຄຸ້ມ​ຄອງວິ​ສາ​ຫະ​ກິດ​ຂາ​​ເຂົ້າ​ຂາ​ອອກ​​ໃນ​ດ້ານ​ຄວາມ​ຊື່​ສັດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຈີນ​ຈະຄຸ້ມ​ຄອງວິ​ສາ​ຫະກິດ​ຂາ​​ເຂົ້າຂາ​ອອກໃນ​ດ້ານ​ຄວາມ​ຊື່ສັດ,ຈະ​ໃຫ້​ຂໍ້​ສະດວກ​ພິ​ເສດ​ຫຼາຍ​ກວ່າ​ເກົ່າ​ແກ່​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ຊື່ສັດ.

ໃນ​ກອງ​ປະຊຸມ​ວຽກ​ງານ​ເທື່ອ​ໜຶ່ງ​ທີ່​ພວມຈັດ​ຂຶ້ນ​ຢູ່​ນະຄອນ​​ເຊີງ​ຕູ່ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ທ່ານ​ເວີ້​ຍຊວນ​ຈົ່ງ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸນ​ນະພາບ​ແລະ​ກວດ​ພະຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ປີ​ນີ້,ຈີນ​ຈະ​ເພີ່ມ​ທະວີ​ການ​ຕີ​ລາຄາ​ຕໍ່​ຄວາມ​ຊື່ສັດ​ຂອງ​ວິ​ສາ​ຫະກິດ​ຂາ​ເຂົ້າຂາ​ອອກ,ຈະ​ໃຊ້​ມາດ​ຕະການ​ຕິດ​ຕາມ​ກວດກາ​ທີ່​ຕ່າງ​ກັນ​ໂດຍ​ອີງ​ຕາມ​ລະດັບ​ຄວາມ​ຊື່ສັດ​ແລະ​ລະ​ດັບ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ຂອງ​ວິ​ສາ​ຫະກິດພ້ອມ​ດ້ວຍລະດັບ​ຄວາມ​ສ່ຽງຂອງ​ສິນຄ້າ,​ແລະ​ຍົກ​ສູງ​ລະດັບ​ວິທະ​ຍາສາດ​ຂອງ​ການ​ຄຸ້ມ​ຄອງ​​ໂດຍ​ແບ່ງ​​ເປັນ​ຫຼາຍ​ປະ​ເພດ,ຈະ​ເພີ່ມ​ຄວາມ​ແຮງ​ລົງ​ໂທດ​ຕໍ່​ວິ​ສາ​ຫະກິດ​ທີ່​ບໍ່​ມີ​ຄວາມ​ຊື່ສັດ.

ປະຈຸ​ບັນ,ອົງການ​ຕິດຕາມ​ກວດ​ກາ​ແລະ​ກວດ​ພະຍາດ​ເຂົ້າ​ອອກ​ເມືອງ​​ໃນເຂດ​ສ່ວນ​ໜຶ່ງ​ຂອງ​ຈີນ​ໄດ້​ທົດ​ລອງ​ຄຸ້ມ​ຄອງວິ​ສາ​ຫະກິດ​ຂາ​ເຂົ້າຂາ​ອອກໃນ​ດ້ານ​ຄວາມ​ຊື່ສັດ​ແລ້ວ.ນອກ​ນີ້,ຕາມ​ຂ່າວ​​ແຈ້ງວ່າ,ນັບ​ມາ​ຮອດ​ປີ 2007,ນັບ​ລວມ​ແລ້ວ,ຈີນມີ​ວິ​ສາ​ຫະກິດ 118 ​ແຫ່ງ​ໄດ້​ຮັບສິດ​ຍົກ​ເວັ້ນ​ກວດ​ກາສິນ​ຄ້າ​ສົ່ງ​ອອກ.