ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-25 20:23:01    
ຮອງ​ນາ​ຍົກ​ໄທ​ກ່າວ​ວ່າ​ໄທ​ເປັນ​ປະ​ເທດ​ສົ່ງ​ຕໍ່ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນຄວາມ​ພາກພູມ​ໃຈ​ຂອງ​ຄົນ​ໄທ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ມີນາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຊິນ​ຮວາ, ທ່ານ​ສະ​ນັ່ນ ຄະ​ຈອນ​ປະສາດ ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ​ໄທ​ສາມາດ​ເປັນ​ປະ​ເທດ​ສົ່ງຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນຄວາມ​ພາກ​ພູມ​ໃຈ​ຂອງ​ຄົ​ນ​ໄທ.

ທ່ານ​ສະ​ນັ່ນກ່າວ​ເນັ້ນ​ວ່າ, ການຈັດ​ງານ​​ກິລາໂອ​ລິ​ມປິກ​ປັກ​ກິ່ງ​ໃຫ້​ດີ, ສະໜອງ​ເວທີ​ການ​ແຂ່ງຂັນ​ໃຫ້​ນັກ​ກິລາ​ທົ່ວ​ໂລກ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ຄົນ​ຈີນ,​ ຍັງ​ແມ່ນ​ຄວາມ​ປາດ​ຖະໜາ​ຂອງ​ທົ່ວ​ອາຊີ​ກໍ​ຄື​ຄົນ​ສ່ວນ​ຫຼາຍ​ທີ່​ສຸດຂອງ​ໂລກ, ບໍ່​ອະນຸຍາດ​ໃຫ້​ຄົນ​ຈຳນວນ​ໜຶ່ງ​​ເອົາ​ການ​ເມືອງ​ມາ​ກ່ຽວຂ້ອງ​ກັບ​ກິລາ.

ວັນ​ທີ 24 ມີນາ​ນີ້, ທ່ານ​ສະ​ນັ່ນ​ເປັນ​ປະທານ​ກອງ​ປະຊຸມລະດັບ​ສູງ​ສຸດ​ຂອງ​ຄະນະ​ກຳມະການ​ກະກຽມ​ສົ່ງ​ຕໍ່​ທວນ​ໄຟ​ຕອນ​ປະ​ເທດ​ໄທ​ຂອງ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ.