ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 15:36:49    
ການ​ຈະ​ໄປ​ຢ້ຽມ​ຢາມ​ລາວ​ໃນ​ໄວໆ​ນີ້​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ມີ​ຄວາມ​ໝາຍ​ອັນ​ສຳ​ຄັນ

cri
ຕາມ​ຂ່າວ CRI: ວັນ​ທີ 26 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຮີ​ຢ້າ​ເຟີ່ຍ ຜູ້​ຊ່ວຍ​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ລາວ​ໃນ​ໄວໆ​ນີ້​ຂອງ​ທ່ານເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.

ທ່ານ​ເຮີ​ຢ້າ​ເຟີ່ຍກ່າວ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ເວີ່ນ​ເຈ່ຍ​ປາວ ຈະ​ພົບ​ປະ​ກັບ​ຜູ້ນຳ​ຂອງ​ລາວ​, ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ອະນາຄົດ, ຊຸກ​ຍູ້​ສອງ​ປະ​ເທດ​ໃຫ້​​ໄດ້​ຮັບຄວາມ​ຄືບ​ໜ້າ​ໃໝ່​ໃນ​ການ​ຮ່ວມ​ມື​​ໃນຂົງ​ເຂດ​ສຳຄັນ. ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທີ 3 ຂອງ​ຜູ້ນຳ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳ​ຂອງ​ຫຼື GMS, ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ຈະ​ບັນ​ລະບາຍ​ທ່າ​ທີ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ຮ່ວມ​ມື GMS ​ແລະ​ການ​ພັດທະນາ​ໃນ​ອະນາຄົດ, ​ແລະສະ​ເໜີຂໍ້​ລິ​ເລີ່​ມ​ແລະ​ມາດ​ຕະການ​ຕ່າງໆ​.

ທ່ານ​ເຮີ​ຢ້າ​ເຟີ່ຍກ່າ​ວວ່າ​, ລັດຖະບານ​ຈີນ​ສຸດທິ​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື GMS, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື GMS ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ຈີນ, ​ແຕ່​ຍັງ​ຈະ​ສົ່ງ​ຜົນ​ສະທ້ອນ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

GMS ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1992, ປະ​ເທດ​ສະມາຊິກ​ລວມທັງ 6 ປະ​ເທດ​ຄື: ຈີນ, ກຳປູ​ເຈຍ, ລາວ, ມຽນມາ, ​ໄທ​ແລະ​ຫວຽດນາມ, ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ແລະຊຸກ​ຍູ້​ການ​ພັດທະນາ.