ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 18:10:06    
ຄຸນ​ນະ​ພາບ​ນ້ຳ​ຂອງແມ່​ນ້ຳ​ລ້ານ​ຊ້າງ​ທີ່ໄຫຼ​ອອກ​ຈາກ​ແດນ​ຈີນ​ໄດ້​ມາດຕະ​ຖານ​ຢ່າງ​ຍາວ​ນານ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ກ່ອນ​ນີ້,ສູນ​ຕິດຕາມ​ກວດກາ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ໄດ້​ລົງ​ໄປ​ເຂດ​ຊາຍ​ແດນ​ຈີນ​ມຽນມາ​ແລະ​ຈີນ​ລາວ,​ເພື່ອສຳ​ຫຼວດສະພາບ​ສິ່ງ​​ແວດ​ລ້ອມ​ທາງ​ນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ຕອນ​ຢຸນນານ.ຜົນສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ຄຸນ​ນະພາ​ບນ້ຳຂອງ​​ແມ່​ນ້ຳ​ລ້ານ​ຊ້າງ​ທີ່​ໄຫຼ​ອອກ​ຈາກ​ແດນ​ຈີນ​ໄດ້​ມາດຕະຖານ​ລະດັບທີ​ສາມທີ່​ລັດຖະບານ​ໄດ້​ກຳນົດ​ໄວ້​ຢ່າງ​ຍາວ​ນານ.

ທ່ານ​ໝາ​ນີງ ຫົວໜ້າ​ສູນ​ຕິດຕາມ​ກວດກາ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ກະຊວງ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຈີນ​ກ່າວ​ວ່າ,​ເພື່ອ​​ເພີ່ມ​ທະວີ​ການ​ຕິດຕາມ​ຄວບ​ຄຸມ​ຄຸນ​ນະພາ​ບນ້ຳຂອງ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ,ນັບ​ແຕ່​ປີ 1981 ​ເປັນ​ຕົ້ນ​ມາ,ອີງ​ຕາມ​ມາດ​ຕະ​ຖານ​ວິທີ​ຕິດ​ຕາມ​ສິ່ງ​ແວດ​ລ້ອມ​ທາງ​ນ້ຳ​​ແລະ​ຄວາມ​ຈຳ​​ເປັນ​ໃນ​ການຕິດ​ຕັ້ງ​ສະຖາ​ນີຕິ​ດຕາມ​ວັດ​ແທກ,ຢູ່​ຕາມຈຸດ​ສຳຄັນ​ຂອງແມ່​ນ້ຳລ້ານຊ້າງ​ແລະ 23 ​ສາຂາ,​ໄດ້​ຕິດ​ຕັ້ງ​ສະຖານີຕິດ​ຕາມທັງ​ໝົດ 37 ​ແຫ່ງ,​ແລະ​ສະຖານີ​ຕິດຕາມ​ຄຸນ​ນະພາ​ບນ້ຳ​ແບບ​ອັດຕະ​ໂນ​ມັດອີກ​ແຫ່ງ​ໜຶ່ງ.

ທ່ານ​ໝາ​ນີງກ່າວ​ວ່າ,ຄຸນ​ນະພາ​ບນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງ​ທີ່​​ໄຫຼ​ອອກ​ຈາກ​ແດນ​ຈີນ​ສາມາດ​ໄດ້​ມາດຕະຖານຢ່າງ​ຍາວ​ນານນັ້ນ,ກໍ່​ແມ່ນຍ້ອນ​ແຂວງຢຸນນານ​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ລ້ອງ​​ແມ່​ນ້ຳ,​ເພີ່ມ​ການອະນຸລັກ​ສິ່ງ​​ແວດ​ລ້ອມ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ບັງ​​ເກີດ​ຜົນ.