ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 18:51:45    
ໃຕ້​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ, ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ຈະ​ໄດ້ຣັບຜົນສຳ​ເລັດ​ຢ່າງ​ແນນ​ອນ

cri

ຕາມ​ຂ່າວCRI: ວັນ​ທີ 26 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເຊື່ອ​ວ່າ​ໃຕ້​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈະ​ໄດ້ຣັບຜົນສຳ​ເລັດ​ຢ່າງ​ແນນ​ອນ.

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 25 ມີນາ​ນີ້​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າວ່າ​ຝລັ່ງຈະ​ຂວ້ຳ​ບາດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫຼື​ບໍ່, ທ່ານກີ​ໂກ​ລັດສ​ຊາ​ໂກ​ຊີ ປະທານາທິບໍດີ​ຝລັ່ງກ່າ​ວ່າ, ປະຈຸ​ບັນ​ຍັງ​ບໍ່​ມີ​ຄວາມ​ແນ່ນອນ​ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ຊິນ​ກ່າງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ. ທ່ານ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ມະ​ໂຫ​ລານ​ຂ​ອງ​ປະ​ຊາ​ຊົນ​ທົ່ວ​ໂລກ. ພວກ​ຂ້າພະ​ເຈົ້າ​ຫວັງ​ໃຫ້​​ເພີ່ມ​ທະ​ວີ​ຄວາມ​​ເຂົ້າ​ໃຈ, ມິດຕະ​ພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ​​ໃນ​ໂລກ​ໂດຍ​ຜ່ານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ທ່ານ​ກ່າວ​ເນັ້ນ​ວ່າ, ຄວນ​ສືບ​ທອດ​ນ້ຳ​ໃຈໂອ​ລິ​ມປິກ, ຢ່າເອົາ​ງານ​​ໂອ​ລິມປິກ​​ໄປ​ກ່ຽວຂ້ອງ​ກັບ​ການ​ເມືອງ.