ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-26 20:40:16    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນກ່າວ​ວ່າ​ຈີນ​ເດັດດ່ຽວຄັດຄ້ານ​ປະ​ເທດ​ໃດໆ​ຕິດ​ຕໍ່​ກັບ​ດາ​ໄລ​ລາ​ມະ​ທາງ​ລັດຖະການ​ດ້ວຍ​ຮູບ​​ແບບໃດໆ​

cri

ຕາມ​ຂ່າວCRI: ວັນ​ທີ 26 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​​ເດັດດ່ຽວຄັດຄ້ານ​ດາ​ໄລ​ລາ​ມະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈີນ​ຢູ່​ປະ​ເທ​ດອື່ນໆ​ດ້ວຍ​ຖານະ​ໃດໆ​, ​ເດັດ​ດ່ຽວຄັດຄ້ານ​ປະ​ເທດ​ໃດໆ​ຕິດ​ຕໍ່​ກັບ​ດາ​ໄລ​ລາ​ມະ​ທາງ​ລັດຖະການ​ດ້ວຍ​ຮູບ​ແບບໃດໆ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ວັທີ 25 ມີນາ​ນີ້, ທ່ານ​ເບີ​ນັດ ຄຸສ​ເນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງກ່າວ​ວ່າ, ບໍ່​ສາມາດ​ອົດທົນ​ຈີນ​"ປາບ​ປາມ"​ ​ຕິ​ເບ​ດບໍ່​ໄດ້. ນາງ​ຢາ​ເຕີ ​ລັດຖະມົນຕີ​ຊ່ວຍ​ວ່າການ​ຮັບຜິດຊອບ​ວຽກ​ງານການ​ຕ່າງປະ​ເທດ​ແລະ​ສິດທິ​ມະນຸດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງກ່າວ​ວ່າ, ຖ້າວ່າ​ດາ​ໄລ​ລາ​ມະ​ໄປ​ຢ້ຽມຢາມ​ຝລັ່ງ, ນາງ​ຈະ​ພົບ​ປະດາ​ໄລລາ​ມະ​ຢ່າງ​ບໍ່​ລັ່ງ​ເລ​ໃຈ. ຝ່າຍ​ຈີນ​ມີ​ວິຈານ​​ແນວ​ໃດ​ຕໍ່​ເລື່ອງ​ນີ້?ທ່ານ​ຊິນ​ກ່າງ​ກ່າວ​ວ່າ, ​ເຫດການ​ຈະລາຈົນ​ທີ່​ເກີ​ດຂຶ້ນ​ຢູ່​ລາຊາ​ແມ່ນ​ການ​ກະທຳ​ກຳລັງ​ຮຸນ​ແຮງຂອງ​ລັດທິ​ແບ່ງ​ແຍກ​ທີ່ກຸ່ມ​ດາ​ໄລລາ​ມະວາງ​ແຜນ​ແລະ​ປຸກ​ປັ່ນ​ກໍ່​ຂຶ້ນ​. ລັດຖະບານ​ຈີນ​ໃຊ້​ມາດ​ຕະການ​ຕາມ​ກົດໝາຍ, ​ເຮັດ​ໃຫ້​ລະບຽບ​ສັງຄົມເຂດ​ລາຊາ​ເປັນ​ຕົ້ນ​ຟື້ນ​ຟູ​​ເປັນປົກກະຕິ.