ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 18:24:18    
ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ໂທ​ລະ​ສັບ​ກັບ​ທ່ານ​ຈອດ ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຕອນ​ຄ່ຳ​ວັນ​ທີ 26 ມີນາ​ນີ້, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ຈອດ ບຸ​ສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ.

ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ, ທ່ານ​ຫູ​ຈີນ​ທາວ​ຊົມ​ເຊີຍ​ທ່ານ​ບຸ​ສ​ແລະ​ລັດຖະບານ​ອາ​ເມ​ລິ​ກາ​ທີ່ກ່າ​ວ​ຢ້ຳຫຼາຍ​ເທື່ອ​ວ່າ​ຍຶດໝັ້ນ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ, ​ເຄົາລົບ​ຖະ​ແຫຼງ​ການ​ຮ່ວມ 3 ສະບັບ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ຄັດຄ້ານ "​ໄຕ້​ຫວັນ​ເປັນ​ເອກະລາດ", ຄັດຄ້ານ​ໄຕ້ຫວັນ​ຈັດ​ "ການ​ປ່ອນ​ບັດ​ຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ", ຄັດຄ້ານ​ໄຕ້​ຫວັນ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ແລະຫຼັກໝັ້ນ​ຈະ​ແຈ້ງ​ທີ່​ມີ​ແຕ່​ປະ​ເທດ​ອະທິປະ​ໄຕ​ເທົ່າ​ນັ້ນ​ຈຶ່ງ​ສາມາດ​ເຂົ້າ​ຮ່ວມ​ອົງການ​ສາກົນ​ໄດ້. ທ່ານ​ຫູ​ຈີນ​ທາວ​ຫວັງ​ໃຫ້​ຈີນ​ກັບ​ອາ​ເມ​ລິ​ກາ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຊ່ອງ​​ແຄບ​ໄຕ້​ຫວັນ.

ກ່ຽວ​ກັບ​ເຫດ​ການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ຫູ​ຈີນ​ທາວ​ຊີ້ອອກ​ວ່າ, ​ເຫດການ​ເທື່ອ​ນີ້ບໍ່​ແມ່ນ​ອັນ​ທີ່​ເອີ້ນ​ວ່າ "ການ​ແຫ່​ຂະ​ບວນ​ໂດຍ​ສັນຕິ" ຫຼື "ການ​ເຄື່ອນ​ໄຫວ​ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ" ​ຄື​ກຸ່ມ​ດາ​ໄລລາ​ມະ​ເວົ້າ, ຫາກ​ແມ່ນ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ຮ້າຍ​ແຮງ​ແທ້ໆ. ​ໂດຍ​ແນ​ໃສ່​ຈັດການ​ກັບ​ການ​ສ້າງ​ເຫດການ​ຮຸນ​ແຮງ​ທີ່​ໄດ້​ລ່ວງ​ລະ​ເມີດ​ສິດທິ​ມະນຸດຢ່າງ​ຮ້າຍ​ແຮງ, ລົບ​ກວນ​ຄວາມ​ສະ​ຫງົບ​ໃນ​ສັງຄົມ​ຢ່າງ​ຮ້າຍ​ແຮງ, ທຳລາຍ​ຄວາມ​ປອດ​ໄພ​ຕໍ່​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງ​ຮ້າຍ​ແຮງ, ບໍ່​ວ່າ​ລັດຖະບານໃດ​ກໍ່​ບໍ່ສາມາດ​ນັ່ງ​​ເສີຍ​​ໄດ້.

ທ່ານ​ຫູ​ຈີນ​ທາວກ່າ​ວ​ເນັ້ນ​ວ່າ, ມີ​ແຕ່​ພະດາ​ໄລລາ​ມະ​ປະ​ຖິ້ມ​ເຈດ​ຈຳນົງ​ທີ່​ຢາກ​ໃຫ້ "ຕິ​ເບດ​ເປັນ​ເອກະ​ລາດ", ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ລັດ​ຖະ​ບານ​ຈີນ​ຈຶ່ງ​ຈະຍິນ​ດີ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ແລະ​ເຈລະຈາ​ກັບ​​ເພິ່ນ.