ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 16:18:48    
ນັກ​ຮຽນ​ຕິ​ເບດ​ຮັບ​ການ​ສຶກ​ສາ​ພາ​ສາ​ຕິ​ເບດ​ໂດຍ​ທົ່ວ​ໄປ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຄະນະ​ກຳມະການ​ວຽກ​ງາ​ນພາສາ​ຕິ​ເບດຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ແຈ້ງ​ຂ່າວ​ວ່າ, ປະຈຸບັນ, ​ໃນ​​ໄລຍະ​ການ​ຮຽນຢູ່​ໂຮງຮຽນ​ປະຖົມ, ມັດ​ທະ​ຍົມ​ຕົ້ນ​ແລະ​ປາຍ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ, ນັກຮຽນ​ເຂດ​ຕິ​ເບ​ດ​ໂດຍ​ສະ​ເພາະ​ນັກ​ຮຽນ​ເຜົ່າ​ຕິ​ເບ​ດ, ​ໄດ້​ຮັບ​ການ​ສຶກສາ​ພາສາ​ຕິ​ເບດ​ໂດຍທົ່ວ​ໄປ.

ເຂດ​ຕິ​ເບ​ດ​ໄດ້​ວາງ​ກົດ​ຂໍ້​ກຳນົດ​ຮັບປະກັນ​ການ​ຮຽນ, ນຳ​ໃຊ້​ແລະ​ພັດທະນາ​ພາສາ​ຕິ​ເບດ, ກຳນົດ​ນັກຮຽນ​ເຜົ່າ​ຕິ​ເບ​ດຢູ່​​ໂຮງຮຽນ​ຕ່າງໆ​ຕ້ອງ​ຖືພາ​ສາ​ຕິ​ເບດ​ເປັນ​ຫຼັກສູດ​ຕົ້ນຕໍ. ການ​ຮຽນ​ຂອງ​ນັກຮຽນ​ປະຖົມ​ເຜົ່າ​ຕິ​ເບດ​ແມ່ນ​​ໃຊ້​ພາສາ​ຕິ​ເບ​ດທັງ​ໝົດ, ຫຼັກ​ສູດ​ພາສາ​ຂອງ​ນັກຮຽນ​ຢູ່​ໂຮງຮຽນ​ມັດທະຍົມຕົ້ນ​ແລະ​ປາຍ, ​ໂຮງຮຽນ​ວິຊາ​ຊີບ​ຊັ້ນ​ກາງ​ແລະ​ຊັ້ນ​ສູງ​ຖືພາ​ສາຕິ​ເບ​ດ​ເປັນ​ຕົ້ນຕໍ. ຮອດ​ໄລຍະ​ການ​ຮຽນ​ທີ່​ເໝາະ​ສົມ, ນັກຮຽນ​ເຜົ່າ​ຮ້ານຍັງ​ຕ້ອງ​ໄດ້​ຮຽນ​ຫຼັກສູດ​ພາສາ​ເຜົ່າ​ຕິ​ເບດ.

ພ້ອມ​ກັນ​ນັ້ນ, ຕິ​ເບ​ດຍັງ​ອອກ​ແຮງ​ສ້າງ​ຄູ​ສອນ​ພາສາ​ຕິ​ເບ​ດ. ປະ​ຈຸ​ບັນ, ຄູ​ສອນ​ພາສາ​ຕິ​ເບ​ດສະ​ເພາະ​ຢູ່​ເຂດ​ຕິ​ເບດ​ມີ​ຫຼາຍ​ກວ່າ 1 ໝື່ນ 3000 ຄົນ​ແລ້ວ.