ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 18:02:23    
ທ່ານ​ວາງ​ກ່າງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ພົບ​ປະແຂກ​ຫວຽດນາມ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 27 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວາງ​ກ່າງ ກຳມະການ​ກົມ​ການ​ເມືອງ​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ຈີນ​ໄດ້​ພົບ​ປະຄະນະທັດສະນະ​ຈອນພະນັກງານ​ຂັ້ນ​ສູງ​ຝ່າຍ​ພັກ​ແລະ​ຝ່າຍ​ປົກຄອງ​ຫວຽດນາມ​​ເຊິ່ງມີ​ທ່ານ​ຈິນດິນ​ດຸງ ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເລຂາ​ຄະນະ​ພັກ​ແຂວງ​ວິນ​ຟຸກຫວຽດນາມ​ເປັນ​ຫົວໜ້າ.

ທ່ານ​ວາງ​ກ່າງ​ໄດ້​ຍິນ​ດີ​ຕ້ອນຮັບຄະນະທັດສະນະ​ຈອນມາ​ຢ້ຽມຢາມຢ່າງ​ສຸດ​ໃຈ,ທ່ານ​ຫວັງ​ວ່າ,ຜ່ານ​ຈາ​ກການ​ຢ້ຽມຢາມ​​ເທື່ອ​ນີ້,​ຈະເຮັດ​ໃຫ້ການ​​ແລກປ່ຽນ​ບົດຮຽນ​ໃນ​ດ້ານ​ການ​ປົກຄອງ​ຂອງ​ພັກ​​ແລະ​ລັດ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ,​ເພີ່ມ​ທະວີ​ຄວາມ​​ເຂົ້າ​ໃຈ​ກັນ​ແລະ​ມິດຕະ​ພາບ​ລະຫວ່າງ​ສອງ​ພັກ​ສອງ​ລັດຈີນ​ຫວຽດນາມ.ທ່ານ​ວາງ​ກ່າງຍັງ​ໄດ້​​ແຈ້ງ​ສະພາບ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​​ເທື່ອ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໃຫ້​​ແຂກ​ຊາບ.