ຕາມຂ່າວສານຊິນຮວາ: ວັນທີ 27 ມີນານີ້ຢູ່ທີ່ປັກກິ່ງ, ກົມໃຫຍ່ຄຸ້ມຄອງອຸດສາຫະກຳການຄ້າແຫ່ງຊາດຈີນກ່າວວ່າ, ຈະເພີ່ມທະວີການຕິດຕາມກວດກາປະຕິບັດກົດໝາຍຕໍ່ຕະຫຼາດຕື່ມອີກ, ຣັບປະກັນຄວາມປອດໄພດ້ານອາຫານໃນໄລຍະງານກິລາໂອລິມປິກປັກກິ່ງ.
ຕາມຂ່າວແຈ້ງວ່າ, ຂະແໜງການຄຸ້ມຄອງອຸດສາຫະກຳການຄ້າຈີນຈະໂຮມສູນກຳລັງຕື່ມອີກເພື່ອດຳເນີນການເຄື່ອນໄຫວປະຕິບັດກົດໝາຍທີ່ຍົກເລີກຮ້ານຂາຍອາຫານທີ່ບໍ່ມີໃບອະນຸຍາດ, ຈຸດໜັກແນໃສ່ເຂດແລະສະຖານທີ່ເຊັ່ນສະໜາມກິລາໂອລິມປິກ, ໂຮງແຮມທີ່ເຊັນສັນຍາ, ແຄມທາງຂອງເສັ້ນທາງການແຂ່ງຂັນແລະເຂດທ່ອງທ່ຽວເປັນຕົ້ນ, ຈະເຈາະຈົງຕິດຕາມກວດກາອາຫານທີ່ໂຮມສູນບໍລິໂພກໃນໄລຍະງານກິລາໂອລິມປິກຄື ທັນຍາຫານ ປະເພດຊີ້ນ ສັດປີກ ໄຂ່ ນົມ ເຄື່ອງດື່ມແລະເຫຼົ້າ.
ນອກນີ້, ຂະແໜງການຄຸ້ມຄອງອຸດສາຫະກຳການຄ້າຈີນຍັງຈະສ້າງກົນໄກເຕືອນໄພລ່ວງໜ້າແລະປ້ອງກັນຄວາມປອດໄພຂອງອາຫານທີ່ໃຊ້ໃນງານກິລາໂອລິມປິກ, ເຮັດວຽກງານຮັບມືກັບເຫດການສຸກເສີນໃຫ້ດີແລະທັນເວລາ.
|