ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-27 19:57:53    
ວົງ​ການ​ຕ່າງໆ​ຂອງ​ຕິ​ເບດ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຈະ​ລາ​ຈົນ​14​ມີ​ນາ​ທີ່​ນະ​ຄອນ​ລາ​ຊາ

cri Author: shuo

CRIລາຍ​ງານ​ວ່າ: ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​ເທດສະບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ໃນກາງ​ເດືອນ​ມີນາ​ນີ້,​ຖືກ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຕິ​ເບ​ດ​ເຊັ່ນ​ບຸກ​ຄົນ​ວົງ​ການ​ສາ​ສະ​ໜາ​ຊາວ​ເມືອງ​ແລະ​ນັກ​ວິ​ຊາ​ການ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ.​ເຂົາ​ເຈົ້າ​ພາ​ກັນ​ກ່າວ​ວ່າ,​ຄວາມ​​ໂຫດຮ້າຍ​ປ່າ​ເຖື່ອນຂອງ​ກຸ່ມ​ຄົນ​ບໍ່​ດີ​ໄດ້​ລະ​ເມີດ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ,​ທຳ​ລາຍ​ໝາກ​ຜົນ​ແຫ່ງ​ການ​ກໍ່​ສ້າງ​ຂອງ​ນະ​ຄອນ​ລາ​ຊາ​ທີ່​ໄດ້​ມາ​ບໍ່​ງ່າຍ.​ເຂົາ​ເຈົ້າ​ຮຽກ​ຮ້ອງ​ຢ່າ​ໃຫ້​ເກີດ​ເຫດ​ການ​ຄ້າຍຄື​ກັນ​ນີ້​ອີກ,​ໃຫ້​ປະຊາຊົນ​ມີສະພາບ​ການ​ດຳ​ລົງ​ຊີ​ວິດ​ທີ່​ສະ​ຫງົບ​ຄືນ​

ພະ​ເຖລະ ດຸບຄາງ ຕຸບດັນ​ເຄດຸ​ບ ປະທານ​ພຸດທະສະມາຄົມ​ຈີນ​ສາ​ຂາ​ຕິ​ເບດ​ກ່າວ​ວ່າ,​ພະ​ສົງ​ຂອງ​ວັດ​ສ່ວນ​ໜ້ອຍ​ບໍ່​ຮຽນ​ຄຳ​ພິ,​ບໍ່​ເຄົາ​ລົບ​ທຳ​ມະ​ວິ​ໄນ​ຂອງ​ສາ​ສະ​ໜາ,​ທຳ​ລາຍ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ວົງ​ການ​ສາ​ສະ​ໜາ​ແລະ​ປະ​ຊາ​ຊົນ​ຜູ່​ເຊື່ອ​ຖື​ສາ​ສະ​ໜາ​ອັນ​ໄພ​ສານ.​ເພິ່ນ​ວ່າ:

"ຂ້າພະ​ເຈົ້າ​ໄດ້​ເຫັນ​ພະສົງ​ທີ່​ໃສ່​ຜ້າ​ຄຸມ​ຈຳນວນ​ໜ້ອຍ​ຮ່ວມ​ກັບ​ພວກ​ຄົນ​ບໍ່​ດີ​ທຸບ​ຕີ ທັບ​ມ້າງ ທຳລາຍ​ແລະ​ປຸ້ນ​ຈີ້, ​ໃນ​ຂະນະ​ທີ່​ຮູ້ສຶກ​ຕື່ນ​ຕົກ​ໃຈ​ນັ້ນ ຂ້າພະ​ເຈົ້າ​ຍັງ​ຮູ້​ສຶກ​ອັບ​ອາຍ​ຫຼາຍ.​ການ​ກະທຳ​ແນວ​ນີ້​ໄດ້​ຝ່າຝືນ​ນ້ຳ​ໃຈ​ມະນຸດ​ສະທຳ​ຢ່າງ​ສິ້ນ​ເຊິງ,​ບໍ່​ສອດ​ຄ່ອງ​ກັບ​ທຳ​ມະ​ວິ​ໄນ.​ໃນ​ຖາ​ນະ​ເປັນພຸດທະສາສະ​ນິກະ​ຊົນ​,ພວກ​ຂ້າພະ​ເຈົ້າ​ຄວນ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕົນ​ເອງ​ແລະ​ບຳ​ເພັນ​ທຳຂອງ​ຕົນ,ຕາມ​ທີ່​ຮູ້ກັນ​ແລ້ວູ​ວ່າ,ປັດຈຸບັນ,ປະຊາຊົນ​ຕິ​ເບ​ດດຳລົງ​ຊີວິດ​ຢ່າງ​ມີ​ຄວາມ​ຜາ​ສຸກ,​ວັດ​ທະ​ນະ​ທຳ​ພຸດທະ​ສາສະໜາ​ຈະ​ເລີນ​ຮຸ່ງ​ເຮືອງ.​ຫວັງ​ໃຫ້​ລັດ​ຖະ​ບານ​ລົງ​ໂທດ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ເຫຼົ່າ​ນີ້​ຕາມ​ກົດ​ໝາຍ."

ລຸງໂຊ​ເດັຼກ ​​ຊາວ​ເມືອງ​ລາຊາ​ກ່າວ​ວ່າ:"ຕອນ​ບ່າຍ​ວັນ​ທີ14​ມີນາ​ນີ້,​ຢູ່​ລະ​ຫວ່າງ​ທາງ​ທີ່​ກັບ​ບ້ານ,​ຂ້ອຍ​ໄດ້​ເຫັນ​ສະ​ພາບ​ຕ່າງໆ​ທີ່ໜ້າ​ຕື່ນ​ຕົກ​ໃຈ​ແ​ລະ​ອົດ​ທົນ​ບໍ່​ໄດ້.​ປະ​ຊາ​ຊົນ​ຕິ​ເບດ​ກຳ​ລັງ​ດຳ​ລົງ​ຊີ​ວິດ​ທີ່​ສະ​ຫງົບ​ສຸກ,​ພວກ​ກໍ່​ຈະ​ລາ​ຈົນ​ສ່ວນ​ໜ້ອຍ​ທີ່​ສຸດ​ໄດ້​ເຄື່ອນ​ໄຫວ​ກະ​ທຳ​ຜິດ​ຕ່າງໆ ​ເຊັ່ນ ທຸບ​ຕີ ທັບ​ມ້າງ ປຸ້ນ​ຈີ້ ຈູດ​ເຜົາ​ເປັນ​ຕົ້ນ​ໃນ​ທົ່ວ​ນະ​ຄອນ​ລາ​ຊາ,​ນີ້​ແມ່ນ​ຂ້ອຍ​ເຫັນ​ກັບ​ຕາ.​ພວກ​ເຂົາ​ເຈົ້າ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ນັບ​ບໍ່​ຄົບ​ຖ້ວນ​​ໃຫ້​ແກ່​ຊີ​ວິດ​​ແລະ​ຊັບ​ສິນ ຂອງ​ປະ​ຊາ​ຊົນ,​ໄດ້​ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ ຮຽບ​ຮ້ອຍ​ແລະ​ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ​ລາ​ຊາ.​ພວກ​ເຮົາ​ຮຽກ​ຮ້ອງ​ຢ່າງ​ແຮງ​ກ້າ​ວ່າ,​ລັດ​ຖະ​ບານ​ຕ້ອງ​ລົງ​ໂທດ​ພວກ​ກໍ່​ການ​ຈະ​ລາ​ຈົນ​​ເຫຼົ່າ​ນີ້​ຢ່າງ​ເຂັ້ມ​ງວດ​ແລະ​ວ່ອງ​ໄວ,​ເຮັດ​ໃຫ້​ພວກ​ເຮົາ​ມີ​ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ທີ່​ສະ​ຫງົບ​ສຸກ​ຄືນ​ໃໝ່."

ທ່ານ​ດູ​ຄາ ​ເຊຣີງ ນັກ​ວິ​ຊາ​ການ​ຂອງ​ສູນ​ຄົ້ນຄວ້າຕິ​ເບ​ດສຶກສາ​ຂອງ​ຈີນທີ່​ໄດ້​ຄົ້ນ​ຄວ້າ​ບັນ​ຫາ​ສາສະໜາ​ໃນ​ໄລຍະ​ຍາວ​ນານ​ບອກວ່າ, ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່ລັດຖະບານ​ຈີນ​ສຸດທິ​ເອົາ​ໃຈ​ໃສ່​ນຳ​ພຸດທະ​ສາສະໜາ​ຕິ​ເບ​ດ, ​ໃຊ້​ງົບ​ປະມານ​ຫຼວງຫຼາຍ​, ຄຳ​ແລະ​ເງິນ​ຫຼວງຫຼາຍ​ເພື່ອ​ປະຕິ​ສັງ​ຂອນວັດວາອາ​ຮາມ​ແລະ​ສະຖານ​ທີ່​ສາສະໜາ​ຕ່າງໆ, ​ເຊັ່ນ: ​ວັງ​ບຸດຕາລາ, ວັດ​ທາ​ຊີ​ຮຸນ​ໂພ, ວັດ​ໂຈກ​ຮາງ​ເປັນ​ຕົ້ນ. ປະຈຸ​ບັນ, ວັດວາອາ​ຮາມ​ແລະ​ສາສະ​ນະ​ສະຖານ​ທີ່​ເປີດ​ຕໍ່​ພາຍ​ນອກ​ຂອງ​ຕິ​ເບ​ດມີ 1787 ​ແຫ່ງ, ຄຳ​ພີ​ພຸດ​ທະ​ສາສະໜາ​ສຳຄັນ​ກໍ່​ໄດ້​ຮັບ​ການປົກ​ປັກ​ຮັກສາແລະ​ເກັບ​ມ້ຽນ​ຢ່າງ​ຖືກຕ້ອງ​ຕາມ​ຫຼັກ​ວິທະ​ຍາສາດ, ພ້ອມ​ກັນ​ນັ້ນ, ລັດຖະບານ​ຈີນ​ຍັງ​ເອົາ​ໃຈ​ໃສ່​ນຳຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ພະສົງ​ສາມະ​​ເນນ, ​ແລະ​ກຳລັງ​ຈະ​ຈັດ​ເອົາ​ພະສົງ​ເຂົ້າ​ໃນ​ລະບົບປະກັນ​ສັງຄົມ. ທ່ານດູ​ຄາ ​ເຊຣີງກ່າວ​ວ່າ,

ການ​ສຶກສາ​ຄົ້ນຄວ້າ​ຂອງ​ຂ້າພະ​ເຈົ້າ​ສາມາດ​ຢືນຢັນ​ໄດ້ວ່າ, ກຸ່ມ​ດາ​ໄລລາ​ມະ​ແມ່ນ​ຜູ້​ອັນ​ຕະ​ລາຍ​ທີ່​ສຸດທີ່ຈະ​ຂັດຂວາງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ພຸດທະ​ສາສະໜາ​ຂອງຕິ​ເບ​ດ, ການຟື້ນ​ຟູ​ວັດທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຕິ​ເບ​ດ, ​ການ​ສຶກສາ​ຂອງ​ເຜົ່າ​ຕິ​ເບ​ດ​ແລະ​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເຂດ​ຕິ​ເບ​ດ​.