|
 |
(GMT+08:00)
2008-03-27 20:36:13
|
ຈີນຍິນດີຕ້ອນຮັບແຂກທີ່ມີກຽດຂອງປະເທດຕ່າງໆມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກຕາມການເຊື້ອເຊີນ
cri
Author: cai
ຕາມຂ່າວCRI:ວັນທີ 27 ມີນານີ້,ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານຊີນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນຍິນດີຕ້ອນຮັບແຂກທີ່ມີກຽດຂອງປະເທດຕ່າງໆມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງຕາມການເຊື້ອເຊີນ,ແລະຈະຮັບຕ້ອນແຂກຢ່າງອົບອຸ່ນຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງຄະນະກຳມະການໂອລິມປິກສາກົນ.ສ່ວນຜູ້ນຳຂອງປະເທດໃດຈະມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກຕາມການເຊື້ອເຊີນຫຼືບໍ່ນັ້ນໃຫ້ເພິ່ນຕອບຄະນະກຳມະການໂອລິມປິກຂອງປະເທດຕົນ,ຈີນບໍ່ມີການວິຈານຫຍັງ.
ຫວ່າງກ່ອນນີ້,ມີຂ່າວແຈ້ງວ່າ,ຜູ້ນຳຂອງເຊັກໄດ້ປະຕິເສດຢ່າງອ່ອນໂຍນຕໍ່ການເຊື້ອເຊີນທ່ານມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ.ທ່ານຊີນກ່າງໄດ້ອະທິບາຍລະບຽບການທີ່ກ່ຽວຂ້ອງກ່ຽວກັບຜູ້ນຳຕ່າງປະເທດເຂົ້າຮ່ວມພິທີໄຂງານກິລາໂອລິມປິກໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງນີ້.
|
|
|