ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 10:30:52    
ແບັກ​ແດັດ​ຈະ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 27 ມີນາ​ນີ້, ກອງທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອີຣັກ​ກັບ "ທະຫານ​ມັຮດີ"​ເຊິ່ງ​ເປັນ​ກຳລັງ​ປະກອບ​ອາວຸດ​ຂອງ​ນິກາຍ​ຊີອະສືບ​ຕໍ່​ຕໍ່​ສູ້​ກັນ​ຢູ່​ນາສຣາ ​ເມືອງ​ພາກ​ໃຕ້​ແລະ​ແບັກ​ແດັດ ນະຄອນ​ຫຼວງ​ອີຣັກ, ຫຼາຍ​ບ່ອນ​ຢູ່​ນະຄອນ​ແບກ​​ແດດ​ຖືກ​​ປືນ​ໃຫຍ່​ໂຈມ​ຕີ.

ຢູ່​ບາສຣາ, "ທະຫານ​ມັຮດີ" ​ໄດ້​ຍຶດຄອງ​ຄ້າຍ​ແຫ່ງ​ໜຶ່ງ​ຂອງ​ກອງທັບ​ປ້ອງ​ກັນ​ຄວາ​ມປອດ​ໄພ​ໃນ​ໄລຍະ​ໜຶ່ງ, ນອກ​ນັ້ນ, ຍັງ​ມີ​ຜູ້​ສະໜັບ​ສະໜູນ​ທ່ານ​ມຸກ​ທາດາ ອາ ຊາດ ຜູ້ນຳ "ທະຫານ​ມັຮດີ" ຈັດການ​ແຫ່​ຂະ​ບວນສະ​ແດງ​ກຳລັງ, ຮຽກຮ້ອງ​ໃຫ້​ລັດຖະບານ​ຢຸດ​ເຊົາ​ການ​ໂຈມ​ຕີ​ທາງ​ການ​ທະຫານ​ແລະ​ສະໜອງ​ການ​ຮັບ​ປະກັນ​ຊີວິດ​ພື້ນຖານ. ວັນ​ທີ 27 ມີນາ​ນີ້, "ທະຫານ​ມັຮດີ" ຍັງ​ໄດ້​ໂຈມ​ຕີ​ສຸເຫຼົ່າ​ອິສຣາມ​ຂອງ​ນິກາຍ​ປໍ​ລະ​ປັກກັນຢູ່​ໃນ​ນະຄອນ​ແບກ​ແດດ, ຕໍ່​ສູ້ກັນ​ກັບ​ກອງທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ທີ່​ປ້ອງ​ກັນ​ໂບດ​ອິສລາມ. ນອກ​ນັ້ນ, "ທະຫານ​ມັຮດີ" ຍັງ​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ທະຫານ​ອາ​ເມ​ລິ​ກາ.

ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນຫຼາຍ​ກວ່າ​ເກົ່າ, ມື້​ດຽວ​ກັນ, ກອງ​ທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອີຣັກປະກາດ​ວ່າ, ​ແບກ​ແດດ​ຈະ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ແຕ່ 23 ​ໂມງ​ວັນ​ທີ 27 ມີນາ​ນີ້​ຮອດ​ເວລາ 5 ​ໂມງ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 30 ມີນາ​ນີ້.