ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 15:39:21    
ນັກ​ວິ​ຊາ​ການ​ໄທ​ກ່າວ​ວ່າ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຕິ​ເບດ​ຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຂາດ​ຈັນ​ຍາ​ບັນ​ຂ່າວ

cri

CRIລາຍ​ງານ​ວ່າ: ວັນ​ທີ14​ເດືອນ​ນີ້,​ເຂດຕິ​ເບ​ດ​ພ້ອມ​ດ້ວຍ​ເຂດ​ບໍລິ​ເວນ​ໃກ້​ຄຽງ​ຂອງ​ຈີນ​ໄດ້​ເກີດ​ເຫດ​ການ​ຈະ​ລາ​ຈົນ.​ຄົນ​ບໍ່​ດີ​ຈຳ​ນວນ​ໜຶ່ງ​ທຸບ​ຕີ ທັບ​ມ້າງ ຈູດ​ໄຟ​ເຜົາ​ປຸ້ນ​ຈີ້​ແລະ​ຂ້າ​ຄົນ,​ເຊິ່ງ​ພາ​ໃຫ້​ທົ່ວ​ໂລກ​ສົນ​ໃຈ​ນຳ.ຕໍ່​ເຫດ​ການ​ເລື່ອງ​ນີ້,​ນັກ​ຂ່າວ​CRI​ປະ​ຈຳ​ໄທ​ໄດ້​ສຳ​ພາດ​ທ່ານ​ສຽນ​ເຟິງ ຜູ່​ຊ່ຽວ​ຊານ​ບັນຫາ​ຈີນ​ຂອງ​ໄທ​ໃນ​ຫວ່າງ​ມໍ່ໆ​ນີ້.​ທ່ານ​ເຫັນ​ວ່າ, ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບັນຫາ​ຕິ​ເບ​ດ​ຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຂາດ​ຈັນ​ຍາ​ບັນ​ຂ່າວ.

ທ່ານ​ສຽນ​ເຟິງ​ແມ່ນ​ຮອງ​ຫົວ​ໜ້າທັງ​ເປັນນັກ​ປະພັນ​ທີ​ໜຶ່ງ​ຂອງ​ໜັງ​ສື​ພິມ​ຢ້າ​ໂຈ່​ວຢື້​ປ້າວ ໜັງ​ສື​ພິມ​ພາສາ​ຈີນ​ຂອງ​ໄທ.ພາຍຫຼັງ​ເຫດການ​ຈະລາຈົນ​ທີ່​ນະຄອນ​ລາຊາ​ເກີດ​ຂຶ້ນ​ແລ້ວ,​ທ່ານ​ໄດ້​ຕິດ​ຕາມ​ເຫດການ​ນີ້​ ຕະຫຼອດ.​ເມື່ອ​ກ່າວ​ເຖິງ​ເຫດການ​ນີ້,ທ່ານ​ກ່າວ​ວ່າ,ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຟ້າວ​ຟັ່ງລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຈະລາຈົນ​ກ່ອນ​ໝູ່.ສື່​ມວນ​ຊົນ​ຕ້ອງ​ລາຍ​ງານ​ຂ່າວ​ໄວ​ເທົ່າ​ໃດ​ຍິ່ງ​ດີ,​ແຕ່​ບໍ່​ຄວນ​ບິດ​ເບືອ​ນຂ່າວ,​ບິດ​ເບືອນ​ເນື້ອ​ໃນ​​ທີ່ແທ້​ຈິງ​ຂອງ​ຂ່າວ.​ເອົາ​ຂ່າວ​ກ່ຽວ​ກັບຕຳຫຼວດ​ເນ​ປານ​ຂັບ​ໄລ່ພວກ​ແບ່ງ​ແຍກ​ຕິ​ເບ​ດອອກ​ຈາກ​ຈີນ​ໃຫ້​ເປັນ​ເອກະລາດ​ທີ່​ພັດ​ຖິ່ນ​ຢູ່​​ເນ​ປານ​ສະ​ແດງ​ກຳລັງ​ນັ້ນມາລາ​ຍງານ​ວ່າ​ແມ່ນ​ຕຳຫຼວດ​ຈີນ​ຈັບ​ຕົວ​ພວກ​ແບ່ງ​​ແຍກຂອງ​ຕິ​ເບດ.

ທ່ານ​ສຽນ​ເຟິງຍົກ​ຕົວຢ່າງ​ວ່າ,ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ລາຍ​ງານ​ວ່າ​ຕຳຫຼວດ​ຈີນ​ຈັບ​ຄົນ,​ເລື່ອງ​ຈິງ​ຫາກ​ແມ່ນ​ຕຳຫຼວດ​ຈີນ​ຊ່ວຍ​ສົ່ງ​ຜູ່​ໄດ້​ຮັບບາດ​ເຈັບ​ຂຶ້ນ​ລົດ​ພະຍາບານ​,​ແຕ່​ບໍ່​ແມ່ນ​ລົດ​ຕຳຫຼວດ.ສື່​ມ​ວນຊົນ​ຝ່າຍ​ຕາ​ເວັນ​ຕົກ​ສາຍ​ພາບວິ​ດີ​ໂອ​ທີ່​ມີ​ຊາວ​ເຜົ່າ​ຕິ​ເບດ​ໄດ້​ຮັບ​ບາດ​ເຈັບ​​ນັ້ນ​ລົບ​ໄປ​ລົບ​ມາ​ວ່າ​ແມ່ນ​ຕຳຫຼວດ​ແລະ​ທະຫານ​ຈີນ​ເປັນ​ຜູ່​ທຸບ​ຕີ​ຊາວ​ຕິ​ເບ​ດ​ໃຫ້​ໄດ້​ຮັບ​ບາດ​ເຈັບ​,ທີ່​ຈິງ​ແລ້ວ,ຊາວ​ໜຸ່ມ​ເຜົ່າ​ຕິ​ເບ​ດຜູ່​ນີ້​ແມ່ນ​ນາຍ​ໝໍ,​​ເພື່ອ​​ຊ່ວຍ​ເຫຼືອເດັກນ້ອຍ​ເຜົ່າ​ຮ້ານ​ທີ່​ເຈັບ​ປ່ອຍ​ເປັນ​ພະຍາດຈິ່ງຖືກ​ພວກ​ຄົນ​ບໍ່ດີ​ທຸບ​ຕີຈົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ຫົວ.

ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ທີ່​ໄດ້​ເຫັນ​ຄວາມ​ວຸ້ນວາຍ​ຢູ່​ນະຄອນ​ລາຊາ​ຂອງ​ເຂດ​ຕິ​ເບ​ດກັບ​ຕາ, ​ເຂົາ​ເຈົ້າ​​ໄດ້​ໃຊ້​ກ້ອງ​ຖ່າຍ​ຮູບ, ກ້ອງ​ຖ່າຍ​ວິ​ດີ​ໂອ​ຂອງ​ຕົນ​ຖ່າຍ​ເອົາ​ສະພາບ​ຕົວ​ຈິງ, ຕໍ່​ມາ, ​ເຂົາ​ເຈົ້າ​ກໍ່​ໄດ້​​ວາດ​ພາບ​ໝົດ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​​ໄດ້​ເຫັນ, ຕ່າງ​ກັນ​ຫຼາຍ​ກັບ​ອັນ​ທີ່​ວ່າ​ຕຳຫຼວດ​ແລະທະ​ຫານ​ປາບ​ປາມ​ການ​ແຫ່​ຂະ​ບວນ​ໂດຍ​ສັນຕິ​ທີ່ສື່​ມວນ​ຊົນຝ່າຍ​ຕາ​ເວັນ​ຕົກ​ໂຄສະນາ.

ທ່ານ​ຊຽນ​ເຟິ່ງວິ​ເຄາະ​ວ່າ, ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ລາຊາ​ສັ່ງຜົນ​ຮ້າຍ​ຢ້ອນ​ຫຼັງ​ອັນຮ້າຍ​ແຮງ, ສາ​ເຫດ​ອັນ​ໜຶ່ງ​ກໍ່​ແມ່ນ​ອົງການ​ປົກຄອງ​ເຂດ​ຕິ​ເບດມີ​ຄວາມ​ສຸຂຸມ​ຮອບ​ຄອບ​ຕໍ່ບັນຫາ​ຊົນ​ເຜົ່າທີ່​ສຸດ, ຈຶ່ງ​ມີ​ປະຕິກິລິຍາ​ຕອບ​ໂຕ້ຊ້າ,​ແຕ່​ກໍ່​ບໍ່​ແມ່ນ​ການ​ປາບ​ປາມ​ຈະລາຈົນ​ດ້ວຍ​ກຳລັງ​ອາວຸດ​ໃນ​ທັນທີ​ດັ່ງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​​ເວົ້າ. "ຂ້າພະ​ເຈົ້າ​ຮູ້​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ລັດຖະບານ​ຈີນ​ຢ່າງ​ເລິກ​ເຊິ່ງ. ລັດຖະບານ​ຈີນ​ມີ​ຄວາມ​ສຸຂຸມ​ຮອບ​ຄອບ​ທີ່​ສຸດ​ຕໍ່​ບັນຫານີ້, ການ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊົນ​ເຜົ່າ​ແມ່ນ​ສຸຂຸມ​ຮອບ​ຄອບ​ທີ່​ສຸດ. ​ເວ​ລາ​ນັ້ນ​ພໍດີ​ແມ່ນ​ໄລຍະ​ຈັດ​ກອງ​ປະຊຸມ 2 ສະພາ​ຂອງ​ຈີນ, ຜູ້ນຳ​ສຳຄັນ​ຂອງ​ເຂດ​ຕິ​ເບ​ດລ້ວນ​ແຕ່​ປະຊຸມ​ຢູ່​ປັກ​ກິ່ງ. ​ເມື່ອ​ເກີດ​ເຫດການ​ກະ​ທັນ​ຫັນ​ແບບ​ນີ້​ແລ້ວ, ຜູ້ນຳ​ທີ່​ເຫຼືອ​ຢູ່​ນະຄອນ​ລາຊາ​ບໍ່​ກ້າ​ຈັບ​ຜູ້​ກໍ່​ເຫດການ. ຜູ້​ກໍ່​ເຫດການ​ຈຶ່ງ​ມີ​ເວລາ​ພຽງພໍ​ເພື່ອ​ກໍ່ການ​ຈະລາຈົນ. ຖ້າ​ສະພາບ​ການ​​ດັ່ງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ເວົ້າ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຜົນ​ຮ້າຍ​ຢ້ອນຫຼັງ​ຈະ​ບໍ່​ຮ້າຍ​ແຮງ​ປານ​ນີ້."