ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 15:54:03    
ນາ​ຍົກ​ລາວ​ກ່າວ​ວ່າ ກອງ​ປະ​ຊຸມ​ສຸດ​ຍອດ​GMS​ກຽມ​ພ້ອມ​ແລ້ວ

cri
ຕາມຂ່າວສານຊິນຮວາ:ວັນທີ 27 ມີນານີ້,ທ່ານບົວສອນ ບຸບຜາວັນ ນາຍົກ
ລັດຖະມົນ​ຕີ​ລາວ​ກ່າວ​ວ່າ,​ວຽກ​ງານ​ກະກຽມ ຂອງກອງປະຊຸມ
ສຸດຍອດຄັ້ງທີ 3 ຂອງ ປະເທດ ອະນຸພາກພື້ນແມ່ນ້ຳຂອງຫຼືGMSທີ່ຈະຈັດ
ຂຶ້ນຢູ່ນະ​ຄອນຫຼວງວຽງ ຈັນຂອງລາວແຕ່ວັນທີ 30 ຮອດວັນທີ​31 ມີ​
ນານີ້ໄດ້ເຮັດກຽມພ້ອມແລ້ວ, ປະຊາຊົນລາວ ຈະຮັບ ຕ້ອນ ຜູ່ນຳປະເທດ
ຕ່າງໆແລະຜູ່ຕາງຫນ້າຂອງ​ອົງການ​ຈັດຕັ້ງສາກົນທີ່ກ່ຽວຂ້ອງທີ່ມາເຂົ້າ
ຮ່ວມກອງປະຊຸມ​ເທື່ອ​ນີ້ດ້ວຍຄວາມກະຕືລືລົ້ນທີ່ສຸດ

 ທ່ານບົວສອນກ່າວວ່າ,ກອງປະຊຸມເທື່ອນີ້ລົງເລິກຫວນ ຄືນແລະສະ
ຫຼຸບ ຫມາກ ຜົນແລະ ບົດຮຽນດ້ານ​ຕ່າງໆ​ແຫ່ງການ ຮ່ວມ ມືດ້ານເສດ
ຖະກິດ ຂອງອະນຸພາກພື້ນ ແມ່ນ້ຳຂອງໃນ 15 ປີເປັນມານີ້,ກຳນົດທິດທາງ
ຂອງການຮ່ວມມືໃນ5 ປີຕໍ່ຫນ້າ.ທ່ານ​ກ່າວວ່າ, ກອງປະຊຸມຍັງຈະວາງແຜນ
ການປະຕິ​ບັດ ງານວຽງຈັນແຕ່ປີ2008 ຮອດປີ 2012, ເຮັດໃຫ້ການຮ່ວມມື
ຂອງ ພາກພື້ນແຫ່ງ ນີ້ດຳເນີນໄປ ຢ່າງ​ສະ ດວກ ຫຼາຍກວ່າເກົ່າ​ແລະມີ
ກຳລັງແຂ່ງຂັນຫຼາຍກວ່າເກົ່າ,ເຮັດໃຫ້ພາ​ກພື້ນ​ນີ້ກາຍເປັນພາກພື້ນແຫ່ງ
ຫນຶ່ງທີ່ຮ່ວມມື ປອງດອງກັນແລະພ້ອມ ກັນພັດທະນາ,ຊຶ່ງສອດຄ່ອງກັບຫົວ
ຂໍ້ຂອງກອງປະຊຸມເທື່ອນີ້ທີ່ວ່າເພີ່ມການຕິດຕໍ່ພົວພັນແລະ ຍົກ ກຳ ລັງ ແຂ່ງ
ຂັນ ໃຫ້ ສູງ ຂື້ນ