ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 17:17:29    
ກອງ​ປະຊຸມ​ເປິກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ​ກັບ​ອາ​ຊຽນ​ເທື່ອ​ທີ 14 ຈັດ​ຂຶ້ນ​ຢູ່​ບຼູ​ໄນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ວັນ​ທີ 26 ຫາ​ວັນ​ທີ 28 ມີນາ​ນີ້, ກອງປະຊຸມ​ເປິກສາ​ຫາລື​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຈີນ​ກັບ​ອາ​ຊຽນ​ເທື່ອ​ທີ 14 ​ໄດ້ຈັດ​ຂຶ້ນ​ຢູ່​ເຊ​ລີ​ເບ​ກາ​ວັນ ນະຄອນ​ຫຼວງ​ບຼູ​ໄນ. ທ່ານ​ອູ​ຮົງ​​ໂປ່, ຜູ້​ຊ່ອຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຈາກ​ກະຊວງ​ການ​ຕ່າງປະ​ເທດ 10 ປະ​ເທດ​ອາ​ຊຽນ​ແລະ​ຮອງ​ເລຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ.

ກອງ​ປະຊຸມ​ໄດ້​ທວນ​ຄືນ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນໃນ 1 ປີ​ທີ່​ຜ່ານ​ມາ, ​ໄດ້​ຫາລື​ແນວ​ຄິດ​ແລະ​ມາດ​ຕະການ​ເພື່ອ​ຊຸກ​ຍູ້​ໃຫ້​ປະຕິບັດ​ຄວາມ​ເຫັນທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ້ນຳ​ຈີນ​ກັບ​ອາ​ຊຽນ​ໃນ​ປີ​ກາຍ​ນີ້ຢ່າງ​ຕັ້ງ​ໜ້າ, ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ທີ່​ມຸ່ງ​ໜ້າສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ພັດທະນາ​ຂອງ​ໃຜລາວ, ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ​ພ້ອມ​ດ້ວຍບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

ນອກ​ນີ້, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການພ້ອມ​ກັນ​ຊຸກ​ຍູ້​ໃຫ້​ຈັດ​ຕັ້ງປະຕິບັດ​ "ຖະ​ແຫຼງການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຕ່າງໆ​​ໃນທະ​ເລ​ຈີນ​ໃຕ້".