ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 17:27:11    
ສ.​ປ.ປ​ເກົາ​ຫຼີ​ຕິ​ຕຽນ​ທ່າ​ທີ​ຂອງ​ອາ​ເມ​ລິ​ກາ​ທີ່​ຂັດ​ຂວາງ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວ CRI: ວັນ​ທີ 28 ມີນາ​ນີ້, ສື່​ມວນ​ຊົນ​ສ.​ເກົາຫຼີ​ແຂ້​ງຂ່າວ​ວ່າ, ວັນ​ທີ 28 ມີນາ​ນີ້, ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດສ.​ປ.ປ​ເກົາຫຼີກ່າວ​ວ່າ, ຖ້າ​ອາ​ເມ​ລິ​ກາ​ຍັງ​ສືບ​ຕໍ່​ແກ່​ຍາວ​ເວລາ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ, ຂັ້ນ​ຕອນ​ທີ່​ຈະເຮັດ​ໃຫ້ສິ່ງ​ກໍ່ສ້າງ​ນິວ​ເຄຼຍຜະລິດ​ບໍ່​ໄດ້​ຄືນ​ອີກຂອງສ.ປ.ປ​ເກົາຫຼີຈະ​ຖືກ​ກະທົບ​ຢ່າງ​ຮ້າຍ​ແຮງ.

ໂຄສົກ​ຜູ້​ນີ້​ກ່າວ​ວ່າ, ຍ້ອນ​ອາ​ເມ​ລິ​ກາ​ບໍ່​ພຽງ​ແຕ່ບໍ່​ໄດ້​ປະຕິບັດ​ຕາມ​ຄຳໝັ້ນ​ສັນຍາ​ຕ່າງໆ​ທີ່​ເຄີຍ​ໃຫ້​ໄວ້​, ​ເຊັ່ນ: ຍົກ​​ເລີກການ​ລົງ​ໂທດ​ຕໍ່ສ.ປ.ປ​ເກົາຫຼີ​ເປັນ​ຕົ້ນ, ​ແລະຍັງ​ໄດ້​ສະ​ເໜີ​ຄວາມ​ຮຽກຮ້ອງ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ​ກ່ຽວ​ກັບ​ບັນຫາ​ການລາຍ​ງານ​ຂໍ້​ມູນ​ນິວ​ເຄຼຍ​ຕະຫຼອດ, ​ເຮັດ​ໃຫ້​ການ​ປະຕິບັດ "ເອກະສານ​ຮ່ວມ 3 ຕຸລາ" ຕົກ​ຢູ່​ໃນ​ສະພາບ​ຢຸດ​ສະ​ງັກ. ທ່າ​ນຍັງ​ກ່າວ​ວ່າ, ສ.ປ.ປ​ເກົາຫຼີ​ບໍ່​ມີ​ແຜນການ​ກັ່ນ​ເອົາ​ທາດຢູ​ເຣນຽນຂຸ້ນ, ​ແລະກໍ່​ບໍ່​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ນິວ​ເຄຼຍ​ກັບປະ​ເທດ​ອື່ນໆ, ​ໃນຕໍ່​ໜ້າ, ກໍ່​ຈະ​ບໍ່​ເຮັດ​ແນວ​ນີ້.

ນອກ​ນີ້, ຍັງ​ມີຂ່າວ​ແຈ້ງວ່າ, ວັນ​ທີ 28 ມີນາ​ນີ້, ຝ່າຍ​ທະຫານ​ສ.​ເກົາຫຼີ​ຢືນຢັນ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ສ.​ປ.ປ​ເກົາຫຼີ​ໄດ້ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ໄລຍະ​ສັ້ນ​ຫຼາຍ​ໜ່ວຍ​​ໄປສູ່​ທະ​ເລ​ເຫຼືອງ​.