ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-28 17:53:48    
ສິງກະ​​ໂປ​ຮັບຮູ້​ວ່າຢູ່​ສິງກະ​ໂປມີ​ຄົນ​ເປັນ​ພະ​ຍາດ​ປາກ​​ເປື່ອຍ​ລົງ​ເລັບ

cri Author: cai
ຕາມ​ຂ່າວສານ​ຊີນຮວາ:ວັນ​ທີ 27 ມີນາ​ນີ້,ກະຊວງ​ສາທາລະນະ​ສຸກສິງ​ກະ​ໂປ​ໄດ້​ຢືນ​ຢັນ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,ຢູ່​ສິງກະ​ໂປ,ຄົນ​ທີ່​ເປັນ​ພະຍາດ​ປາກ​ເປື່ອຍ​ລົງ​ເລັບ​ໄດ້​ເພີ່ມ​ຂຶ້ນ​ຮອດ 3721 ຄົນ,ຄົນ​ທີ່ເປັນ​ພະຍາດ​ໃນ​ຫວ່າງ​ມໍ່ໆ​ນີ້,​ສ່ວນ​ຫຼາຍ​ແມ່ນຍ້ອນ​ຕິດ​ເຊື້ອ​ປະ​ເພດ EV71 ທີ່​ຮ້າຍ​ແຮງກວ່າ​ເກົ່າ.

ພະຍາດ​ປາກ​ເປື່ອຍ​ລົງ​ເລັບ​ແມ່ນ​ພະຍາດ​ຕິດ​ແປດ​ຊະນິດ​ໜຶ່ງ​ທີ່​​ເກີດຂຶ້ນ​ຍ້ອນ​ຕິດ​ເຊື້ອ​ພະຍາດ​ປະ​ເພດ EV71,ມັກ​ເກີດ​ກັບເດັກນ້ອຍ​ທີ່​ມີອາຍຸ​ຕ່ຳ​ກວ່າ 10 ປີ​.ພາຍຫຼັງ​ໄດ້​ຕິດ​ເຊື້ອ​ພະຍາດນີ້​ແລ້ວ,ຈະ​ເກີດ​ຮອຍ​ຊ້ຳ​ສີກຸຫຼາບ​ເປັນ​ຈຸດ​ໆແລະ​ຕຸ່ມ​ຢູ່​​ໃນ​ປາກ​ແລະ​ຕາມຕີນ​ມື,​ແລະ​ເປັນ​ໄຂ້​.​ເຊື້ອ​ພະຍາດ​ປະ​​ເພດ EV71 ສາມາດເຂົ້າ​ສູ່​ສະໝອງ​ແລະຫົວ​ໃຈ​ຂອງ​ຄົນ,​ແລະ​ພາ​ໃຫ້​ເກີດ​ພະຍາດ​ອື່ນ​​ແຊກ​ຊ້ອນ​ທີ່​ສາມາດ​ເຮັດ​ໃຫ້​ເສຍ​ຊີວິດ​ໄດ້.