ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-29 17:12:52    
ອົງ​ການ​ປົກ​ຄອງ​​ເຂດ​ຕິ​ເບດ​ເບີກ​ຄ່າ​ທຳ​ຂວັນ​ພິ​ເສດ​ໃຫ້​ຄອບ​ຄົວ​ຜູ່​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ 14 ມີ​ນາ

cri
ຕາມ​ຂ່າວສານ​ຊີ​ນຮວາ​:ວັນ​ທີ 28 ມີນາ​ນີ້ ອົງການ​ປົກຄອງ​ເຂດ​ຕິ​ເບ​ດ​​​ໄດ້​ອອກ​ປະກາດ​ວ່າ, ຕົກລົງ​​ເບີກ​ຄ່າ​ທຳ​ຂວັນ​ພິ​ເສດ​ໃຫ້​​ຄອບຄົວ​ຜູ່​ຖືກ​ທຳ​ຮ້າຍ 18 ຄົນ​ໃນ​ເຫດການ​ຈະລາຈົນ 14 ມີນາ​ທີ່​ລາຊາ,ຄົນ​ລະ 2 ​ແສນ​ຢວນ.

ປະກາດ​ແຈ້ງ​ການ​ກ່າວ​ວ່າ, ອົງການ​ປົກຄອງ​​ເຂດ​ຕິ​ເບ​ດຈະ​ຄົ້ນຄວ້າ​ວາງ​ມາດ​ຕະການກອບ​ກູ້​ຊ່ວຍ​ເຫລືອ​ມວນ​ຊົນ​ຜູ່​ບາດ​ເຈັບ​ ຮ້ານ​ຄ້າ​ແລະ​ເຮືອນ​ຢູ່​ປະຊາຊົນ​ທີ່​ຖືກ​ທຳລາຍ​ໃນ​ເຫດການ​ຈະລາຈົນ 14 ມີນາ.

ວັນ​ທີ 14 ມີນາ​ນີ້ ພວກ​ຄົນ​ບໍ່​ດີ​ຈຳນວນ​ຫນ້ອຍ​ໄດ້​ກໍ່​ເຫດການ​ຈະລາຈົນ​ຢ່າງ​ຮ້າຍ​ແຮງຢູ່​ເມືອງ​ລາຊາ,​ໄດ້​ເຜົາ​ແລະ​ຂ້າ​ປະຊາຊົນຜູ່​ບໍ່​ມີ​ໂທດ​ຫຍັງ​ຕາຍ 18 ຄົນ, ​ 382 ຄົນ​ບາດ​ເຈັບ,​ ຮ້ານ​ຄ້າ​ແລະ​ເຮືອນ​ຢູ່​ຖືກ​ທຳລາຍ, ເສຍ​ຫາຍດ້ານ​ຊັບ​ສິນ​ໂດຍ​ກົງ​ເກືອບ 250 ລ້ານ​ຢວນ.