ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-31 19:39:04    
ທ່ານ​ນາງ​ຈ່ຽງ​ອີ​ກ່າວ​ວ່າ,​ຄຳ​ເວົ້າ​ຂອງ​ພະ​ດາ​ໄລ​ລາ​ມະ​ບໍ່​​ສາ​ມາດ​ປ່ຽນ​ຄວາມ​ຈິງ​ຂອງ​ເຫດ​ການ

cri

ຕາມ​ຂ່າວCRI: ວັນ​ທີ 31 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງ​ອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຄຳ​ເວົ້າຂອງພະດາ​ໄລລາ​ມະທີ່​ຖີ​ໃສ່​ຂ່າວ​ແບບ​ລົບໆ​ແລ້ງໆບໍ່​ສາມາດ​ປ່ຽນ​ຄວາມ​ຈິງ​ຂອງ​ເຫດການ.

ມີ​ນັກຂ່າ​ວຖາມ​ວ່າ, ຫວ່າງ​ມໍ່ໆ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນີວ​ແດນ​ລີ, ພະດາ​ໄລ​ລາ​ມະ​ປະຕິ​ເສດວ່າ​ບໍ່​ໄດ້​ສະໜັບສະໜູນ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ລາຊາ, ​ແລະ​ກ່າວ​ວ່າ​ໄດ້​ຍິນ​ວ່າ​ແມ່ນ​ທະຫານ​ຈີນ​ຫຼາຍ​ຮ້ອຍ​ຄົນ​ແຕ່ງ​ຕົວ​ເປັນ​ພະສົງ​ກໍ່​ເຫດການ​ດັ່ງກ່າວ.

ກ່ຽວ​ກັບ​ເລື່ອງ​ນີ້​ທ່ານ​ນາງ​ຈ່ຽງ​ອີ​ກ່າວ​ວ່າ, ຄວາມ​ຈິງ​ຂອງ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ລາຊາ​ແມ່ນທຸກ​ຄົນ​ກໍ​ເຫັນ​ແຈ້ງ​​ແລ້ວ​ແລະມີ​ຫຼັກ​ຖານ​ຢ່າງ​ຄັກ​ແນ່. ສະ​ນັ້ນ​ຄວາມ​ເວົ້າ​ຂອງ​ພະດາ​ໄລລາ​ມະ​ດັ່ງກ່າວ​ບໍ່​ສາມາດ​ປ່ຽນ​ຄວາມ​ຈິງ​ຂອງ​ເຫດການ, ພຽງ​ແຕ່​ຢືນ​ຢັນ​​ວ່າ​ຜູ້ກ່ຽວ​ປົດ​ປ່ອຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ລາຊາ.