ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 11:07:41    
ທະ​ນາ​ຄານ​ກາງ​ຂອງ​ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕຶງ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຫວ່າງ​ມໍ່ໆ​ນີ້ ຄະນະ​ກຳມະການ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ​ກ່າວ​ຢ້ຳວ່າ, ທະນາຄານກາງ​ຈະ​ປະຕິບັດ​ນະ​ໂຍບາຍ​ເງິນ​ຕຶງ​ທີ່​ລັດຖະບານ​ຈີນ​ວາງ​ອອກນັ້ນ​ຢ່າງ​ຫມັ້ນຫນຽວ​ບໍ່​ປ່ຽນ​ແປງ.ພ້ອມ​ກັນນັ້ນ, ອີງ​ຕາມ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​​ເສດຖະກິດ​ການ​ເງິນ​ພາຍ​ໃນ​ປະ​ເທດ​ຈີນ, ຈະ​ຄວບ​ຄຸມ​ຈັງຫວະ ຈຸດສຳຄັນແລະ​ຄວາມ​ແຮງ​ໃນ​ການ​ດັດສົມ​ການ​ເງິນ​ມະຫາ​ພາກ​ຢ່າງ​ຖືກຕ້ອງ.

ຫວ່າງ​ມໍ່ໆ​ນີ້ ຄະນະ​ກຳມະການ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ກາງ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ໄຕ​ມາດ​ທີ​ຫນຶ່ງ​ຢູ່​ປັກ​ກິ່ງ, ກອງ​ປະຊຸມສະ​ເຫ​ນີອອກ​ວ່າ, ການ​ປ້ອງ​ກັນ​ບໍ່​ໃຫ້​ລະດັບ​ລາຄາ​ສູງ​ຂຶ້ນ​ໄວ​​ໂພດ​ແມ່ນ​ວຽກ​ງານ​ໃຈກາງ​​ໃນ​ການ​ດັດສົມ​ການ​ເງິນ​ດ້ານ​ມະຫາ​ພາກ​ຂອງ​ປີ​ນີ້.

ກອງ​ປະຊຸມ​ເຫັນ​ວ່າ, ​ໃນຕໍ່ຫນ້າ​ນີ້, ທະນາຄານ​ກາງ​ຈະ​ສືບ​ຕໍ່​ຄວບ​ຄຸມ​ບໍ່​ໃຫ້ເງິນ​ກູ້​ເພີ່ມ​ຂຶ້ນ​ຫລາຍ​ເກີນ​ໄປ,ປັບປຸງ​ໃຫ້​ອົງ​ປະກອບ​ເງິນ​ກູ້​ດີ​ຂຶ້ນ, ​ເພີ່ມ​ທະວີ​ການ​ສະຫນັບສະຫນູນ​ດ້ານ​ເງິນ​ກູ້​ແກ່​ຂອດ​ອ່ອນ​ແອ່​ໃນ​ການ​ພັດທະນາ​​ເສດຖະກິດສັງຄົມ​ເຊັ່ນ​ກະສິກຳ​ແລະ​ປະກອບ​ອາຊີ​ບ​ເປັນຕົ້ນ.​ໃນ​ດ້ານ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ເງິນ​ຕາ,ຮັກສາ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ຫມັ້ນທ່ຽງ​ໂດຍ​ພື້ນຖານ​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ​ແລະ​ກ້ຳ​ເກິ່ງ​ກັນ.