ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-01 18:05:58    
ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ດາ​ຟູ​ຢ່າງ​ເໝາະ​ສົມ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ1​ເມສາ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານນາງ​ຈ່ຽງຢູ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ດາ​ຟູ​ຂອງ​ຊູ​ດັງ​ຢ່າງ​ເໝາະ​ສົມ.

​ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ,ທ່ານ​ນາງຈ່ຽງຢູກ່າວ​ວ່າ,ຝ່າຍ​ຈີນ​ໄດ້​ເອົາ​ໃຈ​ໃສ່​ນຳ​ສະ​ຖາ​ນະ​ການ​ເຂດ​ດາ​ຟູ​ຢ່າງ​ໃກ້​ຊິດ​ຕະ​ຫຼອດ​ມາ,​ສະ​ໜັບ​ສະ​ໜູນ​ປະຊາ​ຄົມ​ໂລກ​ຊຸກຍູ້​ຂະ​ບວນ​ການ​ການ​ເມືອງ​ຂອງ​ເຂດ​ດາ​ຟູ,​ສະ​ໜັບ​ສະ​ໜູນ​ວຽກ​ງານ​ໄກ່​ເກ່ຍ​ຂອງ​ທູດ​ພິ​ເສດ​ສອງ​ທ່ານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ສະ​ຫະ​ພາບ​ອາ​ຟະ​ລິ​ກາ,​ຫວັງ​ໃຫ້​ຝ່າຍ​ຕ່າງ​ທີ່​ກ່ຽວຂ້ອງ​ຈົ່ງ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ຢ່າງ​ຮອບ​ດ້ານ​ໂດຍ​ໄວ.

ວັນ​ທີ28​ມີນາ​ນີ້,ຄະນະ​ຜູ້​ແທນ​ຈີນ​ປະຈຳ​ສະ​ຫະ​ປະຊາ​ຊາດ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ຈີນ,​ບໍ​ລິ​ຈາກ​5​ແສນ​ໂດ​ລາ​ໃຫ້​ແກ່"​ກອງ​ທຶນ​ສິນ​ເຊື່ອ​ຂະ​ບວນ​ການ​ການ​ເມືອງ​ດາ​ຟູ​ສະ​ຫະ​ປະ​ຊາ​​ຊາດ"​ເຊິ່ງ​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ໃຫ້​ທູດ​ພິ​ເສດ​ສອງ​ທ່ານ​ດັ່ງ​ກ່າວ.