ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 15:34:55    
ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ62​ຈັດ​ກອງ​ປະ​ຊຸມ​ອະພິ​ປາຍ​ກ່ຽວ​ກັບ​ການ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ສະຫັດ​ສະ​ວັດ

cri

ຕາມ​ຂ່າວCRI, ວັນ​ທີ1​ເມສາ​ນີ້, ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ62​ໄດ້​ເລີ່​ມຈັດ​ກອງ​ປະຊຸມ​ອະ​ພິປາຍ​ເປັ​ນ​ເວລາ​ສອງ​ມື້, ຕົ້ນຕໍ​​ແມ່ນຫາລື​ກັນ​ວ່າ​ຈະເຮັດ​ແນວ​ໃດ​ຊຸກ​ຍູ້​ການບັນລຸ​ເປົ້າ​ໝາຍ​ພັດ​ທະນາ​ສະຫັດ​ສະ​ວັດ​ໂດຍ​ໄວ. ທ່ານ​ຊາກ​ຈານ ​ເຄຣິມ ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ນີ້​ແລະ​ທ່ານ​ບານ​ກີ​ມູນ ​ເລຂາ​ທິການ​ໃຫຍ່​ສະຫະ​ປ​ະຊາ​ຊາດ​ໄດ້​ກ່າວ​ປາຖະ​ກະຖາ​ໃນ​ກອງ​ປະຊຸມ, ພວກ​ທ່ານ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ​ເຫັນ​ແຈ້ງ​ການ​ທ້າ​ທາຍ​ໃນ​ປະຈຸ​ບັນ, ທຳ​ຄວາມ​ພະ​ຍາ​ຍາມ​ຕື່ມ​ອີກ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃຫ້​ຕາມ​ເວລາ​ກຳນົດ.

ເດືອນ​ກັນຍາ​ປີ2000, ຜູ້ນຳ​ປະ​ເທດ​ຕ່າງ​ໆ​ໄດ້​ຜ່ານ​ຖະ​ແຫຼງການ​ສະຫັດ​ສະ​ວັດ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ບັນລຸ​ເປົ້າ​ໝາຍ​ພັດ​ທະນາ​ລະອຽດ​ຂອງ8​ໂຄງການ​ພາຍ​ໃນ15ປີ, ​ເຊັ່ນ ການ​ແກ້​ໄຂຄວາມ​ທຸກ​ຍາກ​ແລະ​ອຶດ​ຢາກ​ທີ່​ສຸດ​ໃນ​ໂລກ, ​ເຜີຍ​ແຜ່​ກາ​ນສຶກສາ​ຂັ້ນ​ພື້ນຖານ​ໃຫ້​ທົ່ວ​ໄປ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ຕົ້ນ​. ປະຈຸ​ບັນ, ​ເວລາ​ກຳນົດ​ໃຫ້​ບັນລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ໄດ້​ຜ່ານ​ໄປ​ເຄິ່ງ​ໜຶ່ງ​ແລ້ວ, ປະ​ເທດ​ຕ່າງໆ​ມີ​ຄວາມ​ຄືບ​ໜ້າ​ທີ່​ບໍ່​ເທົ່າ​ທຽມ​ກັນ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ນີ້. ພ້ອມ​ກັນ​ນັ້ນ, ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາ​ກາດ ລາຄາ​ອາ​ຫານ​​ແພງ​ຂຶ້ນ​ແລະ​ເສດ​ຖະກິດ​ໂລກ​ພັດ​ທະນາ​ຊ້າ​ລົງ​ແລະ​ອື່ນໆ​ກໍ່​ໄດ້​ນຳ​ເອົາການ​ທ້າທາຍ​ໃໝ່​ມາໃຫ້​ຄວາມ​ພະຍາຍາມ​ທີ່​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ.

ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ​,ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຊີ້​ອອກ​ວ່າ,ປັດຈຸບັນ,ປະຊາ​ຄົມ​ໂລກ​​ໄດ້​ມີບາງ​ຄວາມ​ຄືບ​ໜ້າບາງ​ຢ່າງ​ແທ້​ໃນ​ການ​ພະຍາຍາມ​​ເພື່ອບັນລຸ​​ເປົ້າ​ໝາຍພັດທະນາ​ສະຫັດ​ສະ​ວັດ,​ແຕ່​ລະ​ປີ​​ໄດ້​ກອບ​ກູ້​ເອົາ​ຊີວິດ​ຂອງ​ເດັກນ້ອຍ3ລ້ານ​ຄົນ​,ຜູ້​ເປັນ​ພະຍາດ​ເອດທີ່​ໄດ້​ຮັບ​ການ​ປິ່ນປົວກໍ່​ໄດ້​ເພີ່ມຂຶ້ນ2ລ້ານຄົນ​.​ແຕ່​ວ່າ,ປັດຈຸບັນ,ການ​ພັດທະນາ​ໃນ​ທົ່ວ​ໂລກ​ຍັງ​ບໍ່​ສະ​ໝ່ຳສະ​ເໝີ​ກັນ,​ໂດຍ​ສະ​ເພາະ​ແມ່ນ​ປະກົດ​ການ​ຄວາມທຸກ​ຍາກ​ຢູ່​ເຂດ​ອາ​ຟຼິກາ​​ເຂດໃຕ້​ທະ​ເລ​ຊາຍ​ຊາ​ຮາຣາ​ແມ່ນ​ໜັກໜ່ວງ​ທີ່​ສຸດ,ຖ້າ​ສະພາບ​ການ​ໃນ​ປະຈຸ​ບັນຍັງ​ສືບ​ຕໍ່​ເປັນ​ແນວ​ນີ້,​ເຂດ​ນີ້​ຈະ​ບໍ່​ສາມາດ​ບັນລຸ​​ເປົ້າ​ໝາຍ​ໃດໆໃນ​8​ເປົ້າ​ໝາຍ.

ເພື່ອ​ຊ່ອຍ​ເຫຼືອ​ອາ​ຟຼິກາ​ໃຫ້​ພັດທະນາ​ໄວ​ເຂົ້າ,​ເດືອນກັນຍາ ​ປີ​ກາຍ​ນີ້,ທ່ານ​ບັນ​ກີ​ມູນ​ໄດ້​ຕັ້ງ​ໜ່ວຍງານ​ຊີ້​ນຳ​ອາ​ຟຼິກາ​ບັນລຸ​ເປົ້າ​ໝາຍ​ພັດທະນາສະຫະ​ສະ​ວັດ,​ເພື່ອ​ລະດົມຂົນຂວາຍ​ປະຊາ​ຄົມ​ໂລກ​ສະໜັບ​ສະ​ໜູນ​ອາ​ຟຼິກາ​ຢ່າງ​​ເຕັມທີ່.ທ່າ​ນບັນ​ກີ​ມູນ​ຫວັງ​ວ່າ,ປີ2008ຄວນ​ກາຍ​ເປັນ​ບາດ​ລ້ຽງ​ແຫ່ງ​ການບັນລຸ​​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ,ກາຍ​ເປັນ​ປີ​ພັດທະນາ​ທີ່​ສົນ​ໃຈນຳ​ປະຊາກອນ1ຕື້ຄົນ​ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ທົ່ວ​ໂລກ.

ນັກວິ​ເຄາະຊີ້​ອອກ​ວ່າ,​ສັງ​ເກດຈາກ​ອງປະຊຸມ​ຕ່າງໆ​ທີ່​ຈັດ​ຂຶ້ນ​ຢູ່​ສະຫະ​ປະຊາ​ຊາດ​ໃນ​ຫຼາຍ​ປີ​ມາ​ນີ້,​ໃ​ໃນ10ລາ​ກ່າວ​ຄຳ​ປາ​ໄສ,​ແຕ່​ຜູ່​ຕາງໜ້າປະ​ເທດ​ສະມາຊິກຮອດຜູ່​ຕາງໜ້າ​ອົງການທີ່​ຈັດ​ຕັ້ງ​ສາກົນ​ກ່ຽວຂ້ອງ​ລ້ວນ​ແຕ່​​ໄດ້ສະ​ແດງ​ຄວາມ​ຮັບ​ຮູ້​​ແນວ​ນີ້​ໂດຍ​ທົ່ວ​ໄປວ່າ,ຄວາມ​ໝັ້ນຄົງ​ກັບການ​ພັດທະນາ​ສົ່ງ​ຜົນ​ຕໍ່ກັນ,ບໍ່​ມີ​ການ​ພັດທະນາ,ຄວາມໝັ້ນຄົງ​ຂອງ​ໂລກ​ກໍ່​ຍຶດໝັ້ນ​ຍາວນານ​ບໍ່​ໄດ້.ພ້ອມ​ກັນ​ນັ້ນ,ການ​ພັດທະນາ​ກໍ່​ບໍ່ພ​ຽງ​ແຕ່​ແມ່ນ​ເລື່ອງ​ຂອງ​ປະ​ເທດ​ພວມ​ພັດທະນາ​ເອງທໍ່​ນັ້ນ,ປະ​ເທດທີ່​ພັດທະນາ​​ແລ້ວກໍ່​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ປັດ​ປ່າຍ​ບໍ່​ໄດ້​ເຊັ່ນ​ກັນ.ສະ​ນັ້ນ,ມີ​ຄົນ​ນັບ​ມື້​ນັບ​ຫຼາຍພວມ​ຮຽກຮ້ອງ,​ເພື່ອ​ຄວາມກ້າວໜ້າ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມກັນ​ຂອງ​ມະນຸດ,ປະ​ເທດທີ່ກ່ຽວຂ້ອງຄວນ​ບັນລຸ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນຕື່ມ​ອີກ,​ເພີ່ມການ​ຊ່ອຍ​ເຫຼືອ​ຕໍ່​ປະ​ເທດ​ພວມ​ພັດທະນາ,​ເພື່ອ​ຮ່ວມ​ກັນ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ.