ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 21:10:11    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ,​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ກັບ​ອາ​ເມ​ລິ​ກາ​ໃນ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ2​ເມສາ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ ກັບ​ທ່ານ​ເຮັນຣີ ປາວ​ເຊິ​ນ ຜູ້​ຕາງໜ້າ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍດີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ ການ​ກະ​ຊວງ​ການ​ເງິນ​ຂອງອາ​ເມ​ລິ​ກາ.

​ໃນ​ການ​ພົບ​ປະ,ທ່ານ​ຫູ​ຈິນທ່າວ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.ທ່ານ​ກ່າວ​ວ່າ,ຈີນ​ອາ​ເມ​ລິ​ກາ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ສາມ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ,​ອັນໄດ້​​ເສີມ​ຂະຫຍາຍ​ບົດ​ບາດ​ສຳ​ຄັນ​​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.​ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ສ້າງ​ສາ​​ແລະ​ບູລະ​ນະກົນ​ໄກ​ການ​ປຶກ​ສາ​ຫາລື​​ແລະ​ປະ​ສານ​ງານ​ລະ​ຫວ່າງ​ສອງ​ປະ​ເທດ ​ເຊັ່ນ ການ​ເຈລະຈາ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ຈີນ​ອາ​ເມ​ລິ​ກາ​ເປັນຕົ້ນ​ໃຫ້​ສົມ​ບູນ​ຂຶ້ນ.ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,​ໃນ​ຖານະ​ເປັນ​ສະ​ມາ​ຊິກ​ສຳ​ຄັນ​​ໃນ​ລະບົບ​ເສດຖະກິດ​ທົ່ວ​ໂລກ,ຈີນ​​ແລະ​ອາ​ເມ​ລິ​ກາ​ຫາບ​ແບກ​ໜ້າ​ທີ່​ຮ່ວມ​ທີ່​ປົກປັກ​ຮັກ​ສາ​ການ​ພັດ ທະນາ​​ເສດຖະກິດ​ທົ່ວ​ໂລກ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ​.ຈີນ​ຍິນ​ດີ​ພ້ອມ​ກັນກັບ​ອາ​ເມ​ລິ​ກາ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ,​ແກ້​ໄຂ​ບັນຫາ​ອ່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກສະ ນະ​ສ້າງສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນທ່ຽງ.

ທ່ານ​ປາວ​ເຊິ​ນກ່າວ​ວ່າ,ການ​ເຈລະຈາ​ຍຸດ​ທະ​ສາດ​ເສດຖະກິດ​ອາ​ເມ​ລິ​ກາ​ຈີນ​ທີ່​ເລີ່​ມຕົ້ນ ໂດຍທ່ານ​ປະທານາທິບໍດີ​ບຸ​ສ​ແລະ​ທ່ານ​ປະທານ​ຫູ​ຈິນທ່າວ​​ໄດ້​ຮັບຜົນສຳ​ເລັດ,​ແລະ​ພວມ​​ໄດ້ຮັບ​ຄວາມຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ອາ​ເມ​ລິ​ກາ​ເຫັນ​ວ່າ,​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ​ແລະ​ຈີນ​ໝູນ​ເດີນ​ຢ່າງ​ດີງາມນັ້ນມີ​ຜົນ​ດີ​ຕໍ່​ຝ່າຍ​ກົນ​ກັນ​ຂ້າມ.ຫວັງ​ໃຫ້​ສອງ​ຝ່າຍ​ຈົ່ງ​ສື​ບຕໍ່​ທຳ​ຄວາມ​ພະຍາຍາມ,ຊຸກຍູ້​ໃຫ້ການ​ເຈລະຈາ​ຍຸດ​ທະ​ສາດ​ເສດຖະກິດ​ແລະ​ການ​ພົວພັນ​ລະ ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ສືບ​ຕໍ່​ຂະຫຍາຍໄປ​ໜ້າ.