ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 10:54:48    
ກຸ່ມ​ຕິ​ເບດ​ເອ​ກະ​ລາດ​ກໍ່​ເຫດ​ການ​ຮຸນ​ແຮງ​ຕໍ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ​​​ເປັນ​ການ​ທ້າ​ທາຍ​​ຕໍ່​ກົດ​ຫມາຍ​ລະ​ຫວ່າງ​ຊາດ​ຢ່າງ​ຫນັກ​ຫນ່ວງ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 2 ​ເມສາ​ນີ້ ຂ່າວສານ​ຊີ​ນຮວາ ​ໄດ້​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ,ກຸ່ມຕິ​​ເບ​ດເອກະລາດກໍ່​ເຫດການ​ຮຸນ​ແຮງ​ຕໍ່​ສະຖານທູດ​ຈີນ​ປະຈຳ​ຕ່າງປະ​ເທດ​ແລະລົບ​ກວນ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​​ງານ​ກິລາ​ໂອ​ລິ​ມ ປິກ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຕໍ່​ກົດຫມາຍ​ລະຫວ່າງ​ຊາດຢ່າງ​ຫນັກຫນ່ວງ,​ເປັນ​ການ​ຢຽບ​ຢ່ຳແລະ​ທາ​ທາຍ​ຕໍ່​ກົດ​ບັດ​ໂອ​ລິ​ມປິກ​ແລະ​ນ້ຳ​ໃຈ​ໂອ​ລິ​ມປິກ​ຢ່າງ​ບັງອາດ,​ໄດ້​ເຜີຍໃຫ້​ເຫັນ​ທາດ​​ແທ້​ຂອງ​ພວ​ກ​ເຂົາ​ທີ່​ມັກທຳລາຍ​ສັນຕິພາ​ບດ້ວຍ​ຄວາມ​ຮຸນ​ແຮງ.

ບົດ​ຄວາມ​ຊີ້​ອອກ​ວ່າ, ​ແຕ່​ວັນ​ທີ 10 ມີນາ​ເປັນຕົ້ນມາ,ສະຖານທູດ​​ແລະ​ສະຖານກົງສູນຈີນ​ປະຈຳ​ຕ່າງປະ​ເທດ 18 ​ແຫ່ງ​​ໄດ້​ມີ​ກຸ່ມ​ຕິ​ເບ​ດ​ເອກະລາດ​ແລະ​ສະມາຊິກ​ອັນ​ທີ່​ວ່າອົງການສາກົນ​ຊ່ວຍ​ເຫລືອ​ຕິ​ເບ​ດບຸກ​ເຂົ້າ​ໄປ​ດ້ວຍ​ຄວາມຮຸນ​ແຮງ, ຍິ່ງ​ກວ່າ​ນັ້ນ​ຄົນ​ກຸ່ມ​ນີ້​ຍັງ​​ບໍ່​ເອົາ​ຫົວຊາ​ນຳ​ກົດຫມາຍ​ທ້ອງ​ຖີ່​ນ,​ເຈດ​ຕະນາ​ລົບ​ກວນ​ແລະ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ຢູ່​ນອກ​ແດນ​ຈີນ.

ບົດ​ຄວາມ​ຂຽນ​ວ່າ, ກຸ່ມ​ຕິ​ເບ​ດ​​ເອກະລາດ​ກະທຳ​ຜິດ​ກົດຫມາຍ,ບໍ່​ພຽງ​ແຕ່​ບໍ່​ສາມາດ​ບັນລຸ​ຈຸດປະສົງທາງ​ການ​ເມືອງ​ອັນ​ຫ້ຽມໂຫດ​ຂອງພວກ​ເຂົາ​ທໍ່​ນັ້ນ, ກົງກັນຂ້າມ​ຈະ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​​ເຫັນແຈ້ງ​ຫນ້າ​ຕາ​ທີ່ແທ້​ຈິງ​ຂອງ​ຂອງເຂົາ,ປະຊາຊົນ​ຂອງ​ປະ​ເທດ​ຈຳນວນ​ຫນຶ່ງ​ໄດ້​ກ່າວ​ປະນາມການ​ກະທຳ​ຂອງພວກ​ເຂົາ​ແລ້ວ.ອົງການ​ຕຸລາການ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ຫລື​ພວມ​ຈັດການ​ພວກກໍ່​ເຫດ​ຢູ່. ຜູ່​ທີ່​ບໍ່​ເລື່ອງ​ບໍ່​ດີ​ແບບ​ນີ້​ຕ້ອງ​ຖືກ​ລົງ​ໂທດ​ຢ່າງ​ແນ່ນອນ.