ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 12:38:48    
ວັກ​ແຊງ​ໄຂ້​ຫວັດ​ສັດ​ປີກ​ສຳ​ລັບ​ຄົນ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອົາ​ເອງ​ນັ້ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ຜະ​ລິດ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ​ເມສາ​ນີ້ ກົມ​ອາຫານ​ແລະ​ຢາ​ແຫ່ງ​ຊາດ​ຈີນ​​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ຜະລິດ​ຕະພັນ​ຊີວະ​ພາບ​ເຄີ່ຊິ່ງປັກ​ກິ່ງ​ຈຳກັດ​ຜະລິດ​ວັກ​ແຊງ​ໄຂ້ຫວັດ​ໃຫຍ່​ຢ່າງ​ເປັນ​ທາງ​ການ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​​ໄດ້ກາຍ​ເປັນ​ປະ​ເທດ​ທີ່​ສອງ​ຖັດຈາກ​ອາ​ເມ​ລິ​ກາທີ່​ມີ​ຄວາມ​ສາມາດ​​ດ້ານ​ເຕັກນິກອຸ​ປະກອນ​ແລະ​ຜະລິດ​ວັກ​ແຊງ​ໄຂ້ຫວັດ​ສັດ​ປີກ​ທີ່​ໃຊ້​ສຳລັບ​ຄົນ.

ຜູ່​ຮັບຜິດຊອບ​ຂອງ​ບໍລິສັດ​ຜະລິດ​ຕະພັນ​ຊີວະ​ພາບ​ເຄີ່ຊິ່ງປັກ​ກິ່ງ​ກ່າວ​ວ່າ, ວັກ​ແຊງ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ດັ່ງກ່າວ, ສາມາດປິ່ນປົວ​ໄຂ້ຫວັດ​ໃຫຍ່​ທີ່​ເກີດ​ຂຶ້ນ​ຍ້ອນ​ເຊື້ອ​ໄຂ້ຫວັດ​ປະ​ເພດ​ H5N1,​ເມື່ອ​ເຊື້ອ​ໄຂ້ຫວັດ​ມີ​ການ​ປ່ຽນ​​ແປງ​ແລ້ວ,ກໍ່​​ເອົາເຊື້ອ​ພະຍາດ​ທີ່​ມີ​ການ​​ແປປ່ຽນ​ໃຊ້​ເຕັກນິກ​ແລະວິທີ​ທີ່​ສຸກງອມ​ແລ້ວ​ຜະລິດ​ວັກ​ແຊງ.ປັດຈຸບັນ ​ໄດ້​ມີ​ອາສາ​ສະຫມັກ 500 ກວ່າ​ຄົນ​ສະຫມັກ​ໃຈ​ສັກວັກ​ແຊງ​ດັ່ງກ່າວ, ຄວາມ​ປອດ​ໄພ​ແລະ​ຄວາມ​ໄດ້ຜົນ​ຂອງ​ວັກ​​ແຊງ​ໄດ້​ຮັບ​ການ​ຢືນຢັນ​ແລ້ວ.