ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-03 19:41:22    
ອັນ​ທີ່​ວ່າ​ຈີນ​ສະ​ໜອງ​ຂ່າວ​ກອງ​ອາ​ວຸດ​ນິວ​ເຄຼຍ​ຂອງ​ອີ​ຣານ​​ໃຫ້​ແກ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ນັ້ນ​ແມ່ນ​ປັ້ນ​ແຕ່ງ​ຂຶ້ນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ3​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ມີ​ຂ່າວ​ແຈ້ງ​ວ່າ,​ຫວ່າງ​ມໍ່​ໆ​ນີ້,​ຈີນ​ໄດ້​ສະ​ໜອງ​ຂ່າວ​ກອງ​ກ່ຽວ​ກັບ​ອີ​ຣານ​ເຈດ​ຕະນາພັດທະ​ນາ​ອາ​ວຸດ​ນິວ​ເຄຼຍ​ນັ້ນ​ໃຫ້​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ,​ນີ້​ແມ່ນ​ຖ້ອຍ​ຄວາມ​ທີ່​​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ,​ມີຈຸດ​ປະສົງ​ເລິກ​ລັບ.

ທ່ານ​ນາງຈ່ຽງຢູກ່າວ​ວ່າ,ຝ່າຍ​ຈີນ​ມີຫຼັກໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ.​ຝ່າຍ​ຈີນ​ມີທ່າ​ທີ​ມາໂດຍ​ຕະຫຼອດ​ທີ່​ຢາກ​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ໂດຍ​ສັນ​ຕິ​ດ້ວຍ​ການ​ເຈລະຈາ​ທາງ​ການ​ທູດ.