ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 18:12:36    
ຕຳຫຼວດ​ຈີນຄົ້ນ​ພົບ​ອາວຸດບຸກຕີ​ງວດ​ໜຶ່ງ​ໃນ​ເຫດການ​ຈະລາຈົນ 14 ມີນາ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ​ເມສາ​ນີ້, ຫ້ອງການ​​ໂຄສົກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ແຈ້ງ​ຂ່າວ​ວ່າ, ອົງການປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ຄົ້ນ​ພົບ​ອາວຸດ​ບຸກຕີງ​ວດໜຶ່ງ​ໃນ​ເຫດການ​ຈະລາຈົນ 14 ມີນາ.

ນັບ​ແຕ່​ນະຄອນ​ລາຊາ​ເຂດ​ຕິ​ເບ​ດ​ເກີດ​ເຫດການ​ຈະລາຈົນ​ໃນ​ວັນ​ທີ 14 ມີນາ​ມາ​ນີ້, ພະ​ແນ​ກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ເຂດ​ຕິ​ເບ​ດ, ​ແຂວງ​ເຊ​ສວນ ​ແຂວງ​ຊິນ​ໄຫ​ແລະ​ແຂວງ​ກ່າງ​ຊູ່​​ຍຶດ​ໄດ້​ອາວຸດ​ບຸກຕີງ​ວດໜຶ່ງ​ຈາກ​ກຸ​ຕິ​ຂອງ​ພະສົງ​ຢູ່​ນອກ​ວັດ​ທີ່​ກ່ຽວຂ້ອງ​ຕາມ​ການ​ລາຍ​ງານ​ຂອງ​ພະສົງ​ແລະ​ປະຊາຊົນ. ອາວຸດ​ບຸກຕີ​ເຫຼົ່າ​ນີ້​ລວມທັງ​ປຶນ​ປະ​ເພດ​ຕ່າງໆ 185 ກະບອກ, ລູກ​ປຶນ​ປະ​ເພດ​ຕ່າງໆ 14367 ນັດ, ມີດ​ແລະ​ບາບ 2139 ​ເຫຼັມ, ໝື້​ລະ​ເບີດ 3862 ກິ​ໂລ​ແລະ​ສະ​ນວນ​ລະ​ເບີດ 19360 ອັນ.

ພ້ອມ​ກັນ​ນັ້ນ, ພະ​ແນ​ກ​ປ້ອງ​ກັນ​ຄວາມ​ສະຫງົບ​ຍັງ​ໄດ້​ຄົ້ນ​ພົບຜືນ​ທຸງ ຄຳ​ຂວັນ ປ້າຍ​​ລວງ​ຂວາງ​ແລະ​ປຶ້ມ​ໂຄສະນາ​ທີ່​​ໂຄສະນາ"​ການແຍກ​ເຂດ​ຕິ​ເບ​ດ​ໃຫ້​ເປັນ​ເອກະລາດ"ນັ້ນ ຢ່າງ​ຫຼວງຫຼາຍ