ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 18:35:39    
ຄະນະ​ກຳມະການ​ໂອ​ລິມ​ປິກ​ສາກົນ​​ຍ້ອງ​ຍໍ​ວຽກ​ງານ​ກະກຽມ​​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ​ເມື່ອ​​ໄຟ​ສັກ​ສິກ​ຂອງ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ2008​ໄດ້​ສົ່ງ​ຕໍ່​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ, ຄະນະ​ກຳມະການ​ປະສານ​ງານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ10​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ1​ຫາ​ວັນ​ທີ3​ເມສາ​ປີ​ນີ້. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ​ໃນ​ວັນ​ທີ3​ເມສາ, ​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຕ່າງໆ​ເຊັ່ນ: ທ່ານ​ແຮນ ​ເວີ​ບຼູ​ເກນ ປະທານ​ຄະນະ​ກຳມະການ​ປະສານ​ງານ​​ແລະ​ທ່ານ​ກິວ​ເບີດ ​ເຟວ​ລີ ຫົວໜ້າ​ບໍລິຫານ​ງານ​ໂອ​ລິ​ມປິກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ກະກຽມ​ທຸກ​ລາຍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

​ໃນ​ໄລຍະ​ກອງ​ປະຊຸມ, ຄະນະ​ກຳມະການ​ປະ​ສານ​ງານ​ແລະຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ກອງ​ປະຊຸມ​ໜ່ວຍ​ງານຫຼາຍ​ເທື່ອ, ​ໄດ້​ລົງ​ເລິກ​ແລກປ່ຽນ​ແລະ​ປະ​ເມີນ​ຜົນ​ຕໍ່​ຫົວ​ຂໍ້​ວຽກ​ງານ​ຕ່າງໆ​ເຊັ່ນ: ສິ່ງ​ແວດ​ລ້ອມ, ການ​ບໍລິການ​ດ້ານ​ສື່ມວນ​ຊົນ, ຜູ້​ຊົມ, ຄະນະ​ກຳມະການ​ໂອ​ລິ​ມປິກຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​.

​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້, ທ່ານ​ແຮນ ​ເວີ​ບຼູ​ແກນ ​ໄດ້​ຂອບ​ໃຈ​ລັດຖະບານ​ຈີນທີ່​ໄດ້​ອອກ​ແຮງ​ສຸດ​ຂີດ​ຕໍ່​ວຽກ​ງານ​ກະກຽມ​ງານ​ໂອ​ລິ​ມປິກປັກ​ກິ່ງ, ​ແລະ​ໄດ້​ສະ​ແດງ​ຄວາມ​ໂຄລົບ​ນັບຖື​ຕໍ່​ໝາກຜົນ​ທີ່ອົງການ​ປົກຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ຄະນະ​ກຳມະການຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງໄດ້​ຮັບ​ໃນ​ວຽກ​ງານ​ກະກຽມງານ​​ກິລາໂອ​ລິ​ມປິກ. ທ່ານ​ກ່າວ​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ຄາດ​ຄະ​ເນ​ວ່າ, ​ໃນ​ງານ​ກິລາໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ລະດູ​ຮ້ອນ​ປີ​ນີ້, ຍ່ອມ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ. ວຽກ​ງານ​ຂອງ​ຄະນະ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເດີນ​ຕາມວົງ​ໂຄຈອນ​ທີ່​ຖືກຕ້ອງ​ຕະຫຼອດ​ມາ, ງານ​​ໂອ​ລິ​ມປິກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນສິງຫາ​ປີ​ນີ້​ຈະ​ໄດ້​ຮັບ​ຜົນງານ​ອັນ​ພົ້ນ​ເດັ່ນ, ​ແລະ​ຍ່ອມ​ຈະສ້າງ​ຜົນ​ປະ​ໂຫຍ​ດ​​ໃຫ້​ແກ່​ນັກ​ກິລາ​ທັງຫຼາຍຢ່າງ​ແນ່ນອນ.

ປັດ​ຈຸ​ບັນ, ປັກ​ກິ່ງ​ພວມ​ອອກ​ແຮງ​ປະຕິບັດ​ມາດ​ຕະການ​ຕ່າງໆ​ເພື່ອ​ຄວບຄຸມ​ມົນ​ລະ​ພິດ​ອາກາດ, ​ແລະຮັບປະກັນ​ໃຫ້​ບັນລຸ​ຈຸດໝາຍ​ທີ່​ຈຳນວນ​ມື້​ທີ່​ຄຸນ​ນະພາ​ບອາກາດ​ບັນລຸ​ລະດັບ​ທີ 2 ​ແລະ​ດີກ​ວ່າ​ລະດັບ​ທີ 2 ​ໃນ​ໝົດ​ປີ​ນີ້ມີ 70%. ​ນັບແຕ່​ວັນ​ທີ 1 ​ມີນາ​ປີ​ນີ້​ເປັນຕົ້ນ​ໄປ, ​ນະຄອນຫຼວງປັກ​ກິ່ງ​ເລີ່ມ​ປະ​ຕິ​ບັດ​ມາດຕະຖານທີ 4 ຂອງ​ການ​ລະບາຍ​ຂອງ​ລົດຍົນ​ແຫ່ງ​ຊາດ​ຊຶ່ງ​​ເທົ່າ​ທຽມ​ກັບ​ມາດຕະຖານ 4 ຂອງ​ເອີ​ລົບ​. ປັກ​ກິ່ງ​ຍັງ​ຈະ​ສ້າງ​ລະບຽບການພະຍາກອນ​ຄຸນ​ນະພາ​ບອາກາດ, ​ເຂດ​ແຂວງ ​​ແລະ​ກຳ​ແພງນະຄອນ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ປັກ​ກິ່ງ​ຈະ​ສະໜອງ​ການ​ພະຍາກອນ​ຄຸນ​ນະພາ​ບອາກາດ​​ພ້ອມ​ກັນ. ຫວ່າງ​ມໍ່ໆ​ນີ້, ອົງການ​ຕິດຕາມ​ຄວບ​ຄຸມ​ຄຸນ​ນະພາ​ບອາກາດ​ສາກົນ​ໄດ້​ສຳ​ເລັດ​ການ​ປະ​ເມີນ​ຄຸນ​ນະພາ​ບອາກາດ​ປັກ​ກິ່ງ​ໃນ​ເດືອນ​ສິງຫາ​ປີ​ນີ້. ທ່ານ​​ແຮັນ ​ເວີ​ບຼູ​ເກນສະ​ແດງ​ຄວາມພໍ​ໃຈຕໍ່​ຜົນ​ການ​ປະ​ເມີນ, ທ່ານ​ເຊື່ອ​ວ່າ, ​ໃນ​​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ປັກ​ກິ່ງ​ຈະ​ມີ​ຄຸນ​ນະພາ​ບອາກາດ​ທີ່​ດີ, ຈະ​ບໍ່​ມີ​ຜົນ​ກະທົບ​ຫຍັງ​ຕໍ່​ນັກ​ກິລາ.

ປັດຈຸບັນ, ​ໃນ​ສະໜາມກິລາ 37 ​ແຫ່ງ​ທີ່​ຕ້ອງການ​ໃຊ້​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ມີ 36 ​ແຫ່ງ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ສະໜາມກິລາ​ແຫ່ງ​ຊາດ​ກໍ່​ຈະ​ສຳ​ເລັດ​ໃນ​ເດືອນ​ນີ້. ​ໃນ​ສິ່ງ​ກໍ່ສ້າງ​ທີ່​ກ່ຽວຂ້ອງ 6 ​ແຫ່ງ​ນັ້ນ, ອາຄານ​ປັກ​ກິ່ງ​ດີ​ຈີ​ຕອນ​ໄດ້​ສ້າງ​ສຳ​ເລັດ, ບ້ານ​ໂອ​ລິ​ມປິກ ບ້ານ​ສື່​ມວນ​ຊົນ ​ແລະ​ສູນ​​ປະຊຸມ​ແຫ່ງ​ຊາດ​ຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ນີ້; ​ເສົາ​ອາກາດ​ຖ່າຍ​ທອດ​ທີ່​ມີຫຼາຍສັບພະ​ຄຸນ ​ແລະ​ສວນ​ປ່າ​ໄມ້​ໂອ​ລິ​ມປິກ​ພວມ​ຂ້ຽວ​ສ້າງ, ຈະ​ສຳ​ເລັດ​ໃນ​ທ້າຍ​ເດືອນ​ມິຖຸນາປີ​ນີ້. ຕໍ່​ຄວາມ​ໄວ​ການ​ສ້າງ​ສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້, ທ່ານ​​ແຮັນ ​ເວີ​ບຼູ​ເກນຮູ້ສຶກ​ພໍ​ໃຈຫຼາຍ. ​

ໃນ​ກອງ​ປະຊຸມ​ເທື່ອ​ນີ້, ທ່ານ​ແຮັນ ​ເວີ​ບຼູ​ເກນ​ໄດ້​ນຳພາ​ກຳມະການ​ຂອງ​ຄະນະກຳມະການ​ປະສານ​ງານ 20 ກວ່າ​ທ່ານ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ ​ໄປ​ກວດກາ​ບ້ານ​ໂອ​ລິ​ມປິກ​ຂອງ​ປັກ​ກິ່ງ​ທີ່​ຈະ​ສ້າງ​ສຳ​ເລັດ. ຕໍ່​ບ້ານ​ໂອ​ລິ​ມປິກ​ທີ່​ຈະ​​ເລີ່​ມ​ໃຊ້​ໃນ​ລະດູ​ຮ້ອນ​ປີ​ນີ້, ທ່ານ​ກີ​ວ​ເບີດ ​ເຟນລີ ກຳມະການ​ຂອງ​ຄະນະ​ກຳມະການປະ​ສານ​ງານ ຫົວໜ້າ​ບໍ​ລິ​ຫານ​ງານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ບອກ​ນັກ​ຂ່າວ​ວ່າ,

"ບ້ານ​ໂອ​ລິ​ມປິກ​ງາມຫຼາຍ, ​ແຕ່ລະຫ້ອງ​ກໍ່​ດີທີ່​ສຸດ. ຂ້າພະ​ເຈົ້າພໍ​ໃຈຫຼາຍຕໍ່​ຂະໜາດ​ຂອງ​ຫ້ອງ ຕຽງ ​ແລະ​ບ່ອນ​ນັ່ງ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ ນັກ​ກິລາ​ທັງຫຼາຍກໍ່​ຍ່ອມຈະ​ພໍ​ໃຈ​​ແນ່ນອນ."

ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງສຸດ​ທ້າຍ​ຂອງ​ຄະນະ​ປະສານ​ງານ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 29 ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ເຂົ້າສູ່​ໄລຍະ​ສຸດ​ທ້າຍ​ແລ້ວ.