ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-06 19:04:01    
ອັດຕາ​ສ່ວນ​ຂອງຜະ​ລິດ​ຕະພັນ​​ເຕັກນິກ​ສູງຂອງ​ຈີນ​​​ເປັນ​ທີ 1 ໃນ​ຕະຫຼາດ​ສາກົນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ປີ 2007,ຍອດ​ມູນ​ຄ່າ​ສົ່ງ​ອອກ​ຜະລິດ​ຕະພັນ​ເຕັກນິກ​ສູງຂອງ​ຈີນ​ບັນລຸ 347 ຕື້​ກວ່າ​ໂດ​ລາ,ຂະໜາດ​ຂອງ​ຂະ​ແໜງ​ການ​ປຸງ​​ແຕ່ງ​​ຜະລິດ​ຕະພັນ​ເຕັກນິກ​ສູງເປັນ​ທີ​ 2 ​ໃນ​​ໂລກ,ອັດຕາ​ສ່ວນ​​ເປັນ​ທີ 1 ໃນ​ຕະຫຼາດ​ສາກົນ.

ວັນ​ທີ 6 ​ເມສາ​ນີ້,​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊີ່​ອ່ານ ​ແຂວງ​ສ້າ​ນຊີ​ຈີນ,​ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິຮູບ​ແຫ່ງ​ລັດ​ຈີນ​ກ່າ​ວວ່າ,ນັບ​ແຕ່​ປີ 2000 ຫາ​ປີ 2007,ອັດຕາ​ສ່ວນ​ຂອງ​ຜະລິດ​ຕະພັນ​​ເຕັກນິກ​ສູງຂອງ​ຈີນ​ໃນ​ຕະຫຼາດ​ສາກົນ​ໄດ້​​​ມີເກືອບ 20%,ປະລິມານ​ຜະລິດ​ຂອງ​​ເຄື່ອງຄອມ​ປິວ​ເຕີ ​ໂທລະສັບ​ມື​ຖື​ແລະ​ຢາ​ວັກ​​ແຊນເປັນ​ທີ​ 1 ​ໃນ​ໂລກ.

ປະຈຸ​ບັນ,ລະດັບ​ການ​ຫັນ​ເປັນສາກົນ​ຂອງ​ຜະລິດ​ຕະພັນ​ປຸງ​​ແຕ່ງ​​ເຕັກນິກ​ສູງຂອງ​ຈີນ​ໄດ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ອົງການປຸງ​​ແຕ່ງ​ແລະ​ຄົ້ນຄວ້າ​ພັດທະນາ​​ເຕັກ​ນິກສູງຂອງ​ໂລກ​ໄດ້​ຍ້າຍ​ເຂົ້າ​ສູ່​ຈີນ​​ໄວກວ່າ​ເກົ່າ.ຄວາມ​ສາມາດດ້ານ​ການ​ພັດທະນາດ້ວຍ​ຕົນ​ເອງຂອງ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນວົງ​ຈອນ​ໄຟຟ້າ​ຊຽກກຸຍ​​ແອ​ງ​ແຕກ​ເກຼ  ​ໂທລະ​ຄົມ​ແລະການ​ຜະລິດ​ຢາ​ຊີວະ​ຊາດ​ເປັນ​ຕົ້ນ​ໄດ້​​ສູງຂຶ້ນ.