ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 12:23:29    
ງົບ​ປະ​ມານ​ທີ່​ໃຊ້​ເຂົ້າ​ໃນ​ວຽກ​ງານ "ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ" ​ຂອງ​ເຂດ​ຕິ​ເບດ​ເພີ່ມ​ຂຶ້ນ​ເກືອບ 30%

cri
ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ປີ 2008, ງົບປະມານ​ການ​ເງິນ​ຂອງ​ເຂດ​ຕິ​ເບ​ດຈີນ​ຈະ​ໃຊ້​ງົບ 2 ຕື້ 7 ​ແສນ​ຢວນຕໍ່ວຽກ​ງານ "ກະສິກຳ, ຊົນນະບົດ​ແລະ​ຊາວ​ກະສິກອນ", ​ເພີ່ມ​ຂຶ້ນ 29,5% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້.

ໃນ​ປະຊາກອນ 2 ລ້ານ 8 ແສນຄົນ​ຂອງ​ເຂດ​ປົກຄອງ​ຕົນເອງ​ຕິເບດ, ມີ 80% ຂຶ້ນໄປແມ່ນ​ຊາວ​ກະສິກອນ. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ການ​ປັບປຸງ​ເງື່ອນ​ໄຂການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ, ​ເພີ່ມ​ລາຍ​ໄດ້​ໃຫ້​ຊາວ​ກະສິກອນ​ແມ່ນ​ໜ້າ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ເຂດ​ຕິ​ເບ​ດມາ​ໂດຍ​ຕະຫຼອດ.

ເຂດ​ຕິ​ເບ​ດຕັ້ງ​ເປົ້າ​ໝາຍ​ວ່າ​ຮອດ​ປີ 2010, ຊາວ​ກະສິກອນ 80% ຂຶ້ນ​ໄປ​ຈະມີ​ເຮືອ​ນຢູ່​​ແບບ​ຖາ​ວອນ, ພື້ນ​ຖານ​​ໂຄງ​ລ່າງ​ຕ່າງໆ​ຂອງ​ບ້ານ​ບໍລິຫານ, ​ເຊັ່ນ: ນ້ຳ, ​ໄຟຟ້າ, ​ເສັ້ນທາງ, ​ການ​ສື່ສານ, ວິທະຍຸ​ແລະ​ໂທລະພາບ, ​ໄປ​ສະ​ນີ​ເປັນຕົ້ນ​ໃຫ້​ຄົບຖ້ວນ​ໃນ​ຂັ້ນ​ພື້ນຖານ.