ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 13:39:46    
ໄຟສັກສິດງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຮອດ​ຝຣັ່ງ

cri Author: d


ຕາມ​ຂ່າວCRI: ​ເວລາ23​ໂມງ50ນາ​ທີ​ວັນ​ທີ6​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,ໄຟສັກສິດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ໄປ​ຮອດສະໜາມ​ບິນ​ຊາ​​ເລ ​ເດິ ກູ​ເລີ ​ແຫ່ງ​ປາລີ.


​ເຈົ້າໜ້າ​ທີ່​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຝຣັ່ງ ອົງການ​ປົກຄອງ​ນະ ຄອນ​ປາລີ ​ແລະ​ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ໄປ​ຕ້ອນຮັບ​ໄຟ​ສັກສິດຢູ່​ສະໜາມ​ບິນ.


ພິທີ​ສົ່ງ​ຕໍ່ທວນ​ໄຟ​ຢູ່​ປາລີ​ຈະ​ຈັດ​ຂຶ້ນ​ຢູ່​ສະຖານ​ທີ່​ຊັ້ນທີ1ຂອງ​ຫໍ​ເອັບ​ເຟວໃນ​ຕອນ​ທ່ຽງ​ວັນ​ທີ7​ເມສາ.​ເສັ້ນທາງ​ສົ່ງ​ຕໍ່​ທວນ​ໄຟ​ຍາວ28ກິ​ໂລ​ແມັດ,ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ຈີນ​ແລະ​ຝັຣ່ງມີ79ຄົນ.