ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການໂອລິມປິກສາກົນແລະຜູ້ນຳການເມືອງສຳຄັນຫຼາຍທ່ານຄັດຄ້ານການຂວ້ຳບາດງານກິລາໂອລິມປິກປັກກິ່ງ
cri
ຕາມຂ່າວສານຊິ່ນຮວາ: ຫວ່າງມໍ່ໆນີ້, ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການໂອລິມປິກສາກົນແລະຜູ້ນຳການເມືອງສຳຄັນຫຼາຍທ່ານສະແດງຄວາມເຫັນ, ໂດຍກ່າວວ່າ, ຄັດຄ້ານການທີ່ຢາກເຮັດໃຫ້ງານກິລາໂອລິມປິກປັກກິ່ງຫັນເປັນການເມືອງ, ຄັດຄ້ານການຂວ້ຳບາດງານກິລາໂອລິມປິກປັກກິ່ງ.
ວັນທີ 5 ເມສານີ້, ຢູ່ສິງກະໂປ, ທ່ານຊາກ ໂຣເກ ປະທານຄະນະກຳມະການໂອລິມປິກສາກົນກ່າວເນັ້ນວ່າ, ມອບສິດຈັດງານກິລາໂອລິມປິກໃຫ້ປັກກິ່ງແມ່ນການຄັດເລືອກທີ່ສະຫຼາດແລ້ວ, ຄະນະກຳມະການໂອລິມປິກສາກົນບໍ່ກິນແໜງນຳການຕັດສິນໃຈດັ່ງກ່າວ. ທ່ານໂຣເກຍັງໄດ້ສະແດງຄວາມເພີງພໍໃຈຕໍ່ວຽກງານກະກຽມງານກິລາໂອລິມປິກຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງ. ວັນທີ 3 ເມສານີ້, ຢູ່ທີ່ປັກກິ່ງ, ທ່ານເຮນ ເວິບຼູເກນ ປະທານຄະນະກຳມະການປະສານງານກິລາໂອລິມປິກຄັ້ງທີ 29 ຂອງຄະນະກຳມະການໂອລິມປິກສາກົນກ່າວວ່າ, ຄັດຄ້ານການຫັນງານກິລາໂອລິມປິກປັກກິ່ງເປັນການເມືອງຢ່າງຮຸນແຮງ. ທ່ານຊີ້ອອກວ່າ, ຄວນມອບງານກິລາໂອລິມປິກໃຫ້ນັກກິລາ, ແຕ່ບໍ່ແມ່ນມອບໃຫ້ນັກການເມືອງ.
ວັນທີ 5 ເມສານີ້, ໃນເວລາຕ້ອນຮັບທວນໄຟຂອງງານກິລາໂອລິມປິກປັກກິ່ງຢູ່ເດີ່ນຍົນຮິສໂຣ, ທ່ານໂຈເວວ ເຈົ້າໜ້າທີ່ຮັບຜິດຊອບວຽກງານງານກິລາໂອລິມປິກຂອງລັດຖະບານອັງກິດກ່າວເນັ້ນວ່າ, ລັດຖະບານອັງກິດເຫັນວ່າບໍ່ຄວນຂວ້ຳບາດງານກິລາໂອລິມປິກເລີຍ. ວັນທີ 2 ເມສານີ້, ຢູ່ປາລີ, ທ່ານຢານ ຟຼານໂຄສ ສະມາຊິກລັດຖະສະພາ, ອະດີດລັດຖະມົນຕີວ່າການກະຊວງຊາວໜຸ່ມແລະກິລາຝະຣັ່ງກ່າວວ່າ, ຫຼາຍຄົນບໍ່ຮູ້ຈັກເຂດຕິເບດ, ຖ້າຂວ້ຳບາດງານກິລາໂອລິມປິກປັກກິ່ງ, ແນ່ນອນຈະກ້າວໄປສູ່ເສັ້ນທາງທີ່ຜິດພາດ.
ນອກນັ້ນ, ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານຟູກູດາ ຢາຊູໂອ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານສຕິເຟັນ ຮາເພີ ນາຍົກລັດຖະມົນຕີການາດາ, ແລະຜູ້ນຳການເມືອງສຳຄັນຂອງຫຼາຍປະເທດ, ເຊັ່ນ: ຊູແວັດ, ນູແວັນເຊລັງ, ແລະເອສປາຍເປັນຕົ້ນກໍ່ລ້ວນແຕ່ສະແດງວ່າຄັດຄ້ານການຂວ້ຳບາດງານກິລາໂອລິມປິກປັກກິ່ງ.
|
|