ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-07 15:39:15    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ເຕືອນ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ທີ່​ກ່ຽວ​ຂ້ອງ​ຢ່າ​ເຮັດ​ເລື່ອງ​ທີ່​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວ cri:ວັນ​ທີ 7 ​ເມສາ​ນີ້ ຢູ່​ປັກ​ກິ່ງ,ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ເຕືອນ​ໃຫ້​ສະມາຊິກ​ລັດຖະສະພາ​ອາ​ເມ​ລິ​ກາ​ທີ່​ກ່ຽວຂ້ອງ​ຈົ່ງ​ເຄົາລົບ​ເລື່ອງ​ຈິງ, ປະລະຄວາມ​ເຫັນ​ລຳອຽງ,​ເຫັນ​ແຈ້ງ​​ໂສມຫນ້າທີ່​ແທ້​ຈິງ​ຂອງ​ກຸ່ມ​ດາ​ໄລ​ລາ​ມະ,​ເຊົາ​ຊຸກ​ຍູ້​ການ​ຜ່ານ​ມະຕິ​ທີ່ກ່ຽວ​ພັນ​ເຖິງ​ຕິ​ເບ​ດ, ຢ່າ​ເຮັດ​ເລື່ອງ​ທີ່ປະຊາຊົນ​ຈີນບໍ່​ພໍ​ໃຈ​ແລະ​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ.

ຫວ່າງ​ແລ້ວ​ນີ້ ທ່ານ​ເພ​ໂລ​ຊີ ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ສະ​ເຫ​ນີ ຍັດຕິ,ຮຽກຮ້ອງລັດຖະບານ​ຈີນ​ເຊົາ​ປາບ​ປາມ​ຕິ​ເບ​ດ,​ແລະ​ສົນທະນາ​ກັບພະ​ດາ​ໄລ​ລາ​ມະ​ຢ່າງ​ມີ​ລັກສະນະ​ທາດ​ແທ້.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ນາງ​ຈ່ຽງອີ​ກ່າວ​ວ່າ, ສະມາຊິກ​ສະພາ​ຕ່ຳ​ຈຳນວນ​ຫນ້ອຍ​ທີ່​ສຸດຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ເຫ​ນີຍັດຕິ​ທີ່​ກ່ຽວຂ້ອງ, ບໍ່​ພຽງ​ແຕ່​ບໍ່​ກ່າວ​ປະນາມ​ພວກກໍ່ການ​ຈະລາ ຈົນ​ຢູ່​ເມືອງ​ລາຊາ​,ບໍ່​ກ່າວ​ປະນາມ​ກຸ່ມ​ດາ​ໄລ​ລາ​ມະ​ທີ່​ເປັນ​ຜູ່​ວາງແຜນແລະ​ຈັດ​ຕັ້ງກໍ່ເຫດການທີ່​ໃຊ້​ກຳລັງ​ຮຸນ​ແຮງ​ເທື່ອ​ນີ້ຢູ່​ເບື້ອງຫລັງທໍ່​ນັ້ນ,ຫາກ​ຍັງແນ​ປາຍ​ຫອກ​ໃສ່​ລັດຖະບານ​ແລະ​ປະຊາຊົນ​ຈີນອີກ, ປິ້ນຂາວ​ເປັນ​ດຳ, ມີ​ເຈດ​ຈຳນົງ​ອັນ​ເລິກ​ແລບ.

ນາງ​ຈ່ຽງອີ​ກ່າວ​ວ່າ, ຂໍແຕ່​ດາ​ໄລ​ລາ​ມະ​ປະລະ​ເຈດ​ຈຳນົງ​ທີ່ໃຫ້​ຕິ​ເບ​ດ​ເປັນ​ເອກະລາດ​ຢ່າງ​ແທ້​ຈິງ,​ຢຸດຕິການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ,​ເຊົາວາງ​ແຜນປຸກ​ປັ່ນ​ກໍ່​ການ​ກະທຳ​ຜິດ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ຕິ​ເບ​ດ​ແລະ​ແຫ່ງອື່ນໆ,​ເຊົາ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຕ້ອງຮັບຮອງ​ວ່າ​ຕິ​ເບ​ດ​ແລະ​ໄຕ້​ຫວັນ​ແມ່ນ​ພາ​ກສ່ວນ​ຫນຶ່ງ​ຂອງ​ດິນ​ແດນ​ຈີນ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ແລ້ວ, ລັດຖະບານ​ສູນ​ກາງ​ຈີນ​ຈິ່ງ​ຈະ​ສື​ບຕໍ່​ເຈລະຈາ​ກັບ​​ເຂົາ.