ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 11:00:07    
ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່ "ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ເຂດ​ຕິ​ເບ​ດ" ຕັ້ງ​ໃຈ​ທຳ​ລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 8 ​ເມສາ​ນີ້, ​ຢູ່​ທີ່​ປັກ​ກິ່ງ, ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ "​ອິດທິ​ກຳລັງ​ແບ່ງ​ແຍກ​ເຂດ​ຕິ​ເບ​ດ" ຕັ້ງ​ໃຈ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢູ່​ລອນ​ດອນ​ແລະ​ປາລີ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ "​ອິດທິ​ກຳລັງ​ແບ່ງ​ແຍກ​ເຂດ​ຕິ​ເບ​ດ" ທີ່ຕັ້ງ​​​ໃຈ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ນາງ​ກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ກິລາ​ມະ​ໂຫລານ​ຮ່ວມ​ກັນຂອງ​ປະ​ຊາ​ຊົນທົ່ວ​ໂລກ​, ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ທວນ​ໄຟ​ຂອງ​ປະຊາຊົນ​ທົ່ວ​ໂລກ. ຈີ​ນກ່າວ​ປະນາມ​ຢ່າງ​ຮຸນ​​ແຮງ​ຕໍ່ "ອິດທິ​​ກຳລັງ​ແບ່ງ​ແຍກ​ເຂດ​ຕິ​ເບ​ດ" ທີ່​ບໍ່​ເອົາ​ຫົວຊາ​ນຳ​ກົດໝາຍ​ຂອງ​ອັງ​ກິດ​ແລະ​ຝະຣັ່ງ, ຕັ້ງ​​​ໃຈ​ທຳລາຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​. ການ​ກະທຳ​ອັນຕ່ຳ​ຊ້າ​ດັ່ງກ່າວ​ໄດ້​ຝ່າຝືນ​ນ້ຳ​ໃຈ​ໂອ​ລິ​ມປິກ​ທີ່ສູງ​ສົ່ງ, ​ແມ່ນ​ການ​ທ້າ​ທາຍ​ຕໍ່​ປະຊາຊົນ​ທີ່​ຮັກ​ກິລາ​ໂອ​ລິ​ມປິກ​ໃນ​ທົ່ວ​ໂລກ. ຈີນ​ເຊື່ອ​ໝັ້ນ​ວ່າ, ນ້ຳ​ໃຈ​ທີ່ທວນ​ໄຟ​ຂອງ​ງານ​ກິລາ​ໂອ​ລິ​ມປິກນຳ​ໄປຄື "ສັນຕິພາບ, ມິດຕະພາບ, ກ້າວ​ໜ້າ" ແມ່ນບໍ່​ມີ​ໃຜ​ຂັດຂວາງ​ໄດ້.