ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-08 17:11:52    
ການສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສຳ​ເລັດ​ລົງ​ຢູ່​ບາ​ຣີ,​ພາຍ​ຫຼັງ​ໄດ້​ເອົາ​ຊະ​ນະ​ການ​ສະ​ແດງ​ກຳ​ລັງ​ແລະ​ການ​ລົບ​ກວນ

cri Author: shuomin
ຕາມຂ່າວCRI:ວັນ​ທີ7​ເມສາ​ນີ້,ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈັດ​ຂຶ້ນຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ຂອງ​ຝະ​ຣັ່ງ ​ເຊິ່ງ​ເປັນ​ບ່ອນ​ທີ​5.​ເຖິງ​ວ່າການ​ສົ່ງ​ຕໍ່​ທວນ​ໄຟ​ໄດ້​ຖືກ​ພວກ​ຕິ​ເບດ​​​ເອ​ກະ​ລາດ​ຈຳນວນ​ໜ້ອຍ​ພະ​ຍາ​ຍາມ​ກີດ​ຂວາງ​ກໍ​ຕາມ,​ແຕ່​ຢູ່ໃນ​ທ່າມ​ກາງ​ສຽງ​ສະ​ໜັບ​ສະ​ໜູນ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ເພື່ອນ​ມິດ​ຝະຣັ່ງທີ່​ມີ​ຄວາມ​​ເປັນ​ທຳ,​ທວນ​ໄຟ​ໄດ້​ສົ່ງ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ ຄື ສະ​ໜາມກິລາຊາ​ເລ​ຕີຢ່າງ​ສະດວກ.

ເວລາ17​ໂມງ30​ນາທີ​ເວລາ​ທ້ອງ​ຖິ່ນ,ຜູ້​ສົ່ງ​ຕໍ່​ທວນ​ໄຟ​ຜູ້​ສຸດ​ທ້າຍ​​ໃນການສົ່ງ​ຕໍ່​ທວນ​ໄຟ​ຢູ່ປາຣີ​ໄດ້​ແລ່ນ​ເຂົ້າ​ສະ​ໜາມ​ກິ​ລາ​ຊາ​ເລ​ຕີ ​ເຊິ່ງ​ເປັນ​ຈຸດໝາຍ​ປາຍ​ທາງ.​ຢູ່​ທ່າມ​ກາງ​ສຽງ ເສບ​ສຽງ​ຮ້ອງ​ໂຮ​ຊົມ​ເຊີຍ,​ຜູ້​ສົ່ງ​ຕໍ່​ທວນ​ໄຟ​​ຂຶ້ນຢືນຢູ່ເທິງ​ເວທີ​ປະ​ທານ,​ໄຕ້​​ໄຟ​​ໃສ່​ແທ່ນ​ໄຟ​ສັກ​ສິດ,​ບັດ​ນັ້ນຜູ້​ຊົມ​ທັງຫຼາຍ​ໄດ້​​ຕົບມື​ຢ່າງ​ຟົດ​ໜັ່ນ.ພາຍຫຼັງມາ,ທ່ານ​ຈຽງ​ຊ້ຽວຢູ ຜູ້​ບັນຊາ​ການ​ໃຫຍ່​ຂອງ​ຄະ​ນະ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ທັງ​ເປັນ​ຮອງ​ປະທານ​​ຄະນະ​ຈັດ ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ກ່າວ​ຄຳ​ປາ​ໄສ,​ທ່ານ​ກ່າວ​ວ່າ:"ມື້​ນີ້​,ພວກ​ເຮົາ​ເຊີດ​ຊູ​ໄຟ​ສັກ ສິດ​​ໂອ​ລິມ​ປິກ​ມາ​ຮອດ​ປາຣີ,​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ເຜີຍ​ແຜ່​ນ້ຳ​ໃຈ​ໂອ​ລິ​ມປິກ,​ສົ່ງ​ຕໍ່​ຄວາມ​ຮັກ​ຂອງ​ນັກ​ກິ​ລາ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ກິລາ​ໂອ​ລິມ​ປິກ,​ແລະ​ຄວາມ​​ໂຄ​ລົບ​ນັບ​ຖື​ຕໍ່​ທ່ານ​ປີ​ແອ ​ເດິ ​ຄູ​ເບີ​ແຕັງ ປິ​ດາ​ໂອ​ລິມ​ປິກ​ສະ​ໄໝ​ໃໝ່​ແລະ​ແນວ​ຄິດ​ຂອງ​ທ່ານ."

ປາຣີ​ແມ່ນ​ບ້ານ​ເກີດ​ຂອງ​ທ່ານ​ຄູເບີແຕັງ,ນີ້​ກໍ​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ການ​ສົ່ງ​ຕໍ່​ທວນ​ໄຟ​​ເທື່ອ​ນີ້​ເລືອກ​ເຟ້ນປາຣີ​ເປັນ​ໜຶ່ງໃນທາງຜ່ານ.ຈຸດ​ເລີ່​ມ​​ຂອງ​ການ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ປາຣີ​​ແມ່ນ​ຫໍ​ເອ​ຟີວ ​ທີ່​ໃກ້​ກັນ​ກັບ​ບ່ອນ​ເກີດ​ຂອງ​ທ່ານ​ຄູ​ເບີ​ແຕັງ.​ວັນ​ທີ7​ເມສາ​ນີ້,​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ ປະ​ເທດ​ແລະ​ຊາວ​ປາ​ຣີ​ຈຳ​ນວນ​ຫຼວງ​ຫຼາຍ​ມາ​ເຕົ້າ​ໂຮມ​ຢູ່​ຫໍ​ເອ​ຟີວ,​ເພື່ອ​ຊົມ​​ພິ​ທີ.​ມີ​ຜົວ​ເມຍ​ຝະ ຣັ່ງ​ຄູ່​ໜຶ່ງ​ພາ​ລູກ​ມາ​ເບິ່ງ​ພິ​ທີ,​ໃນ​ເວລາ​ໃຫ້​ສຳ​ພາດ,​ເຂົາ​ເຈົ້າ​ບອກ​ນັກ​ຂ່າວ​ວ່າ:"ພາບ​ນີ້​ງາມ​ຫຼາຍ,​ຫໍ​ເຫຼັກ​ປະ​ດັບ​ປະ​ດາ​ດ້ວຍ​ແສງ​ໄຟ,ງາມ​ຫຼາຍ.​ນີ້​ແມ່ນ​ພິ​ທີ​ທີ່​ດີ​ຫຼາຍ."

​ແຕ່​ວ່າ​ພວກ​ຕິ​ເບ​ດ​ເອກະລາດ​ຈຳນວນ​ໜຶ່ງ​ພັດ​​ມີເຈດ​ຕະນາ​ທຳລາຍພິທີນີ້.​ພວກ​ເຂົາ​ຈົນ​​ເຖິງ​ຂັ້ນຫຼອນ​ໂຈມ​ຕີ​ທວນ​ໄຟ​ແລະ​ຜູ້​ສົ່ງ​ຕໍ່​ທວນ​ໄຟ.ນາງ​ຈິ່ນຈີ່​ງ​ ນັກ​ກິລາ​ພິ ການ​ແມ່ນ​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ທີ່​ມາ​ຈາກ​ຈີນ,ນາງ​ນັ່ງ​ຍູ້​ລໍ້​ສຳ​ເລັດ​ການ​ສົ່ງ​ຕໍ່​ທວນ​ໄຟ.​ໃນ​ເວ​ລາ​ເອົາ​ທວນ​ໄຟ​ໃຫ້​ແກ່​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ຜູ້​ຕໍ່​ໄປ,​ນາງ​ຈິ່ນຈິ່ງ​​ໄດ້​ຖືກ​ພວກ​ຕິ​ເບ​ດ​ເອ​ກະ​ລາດ​ຫຼອນ​ໂຈມ​ຕີ.​ທ່ານ​ຮານ​ປີ່ງ​ແມ່ນ​ນາຍ​ພາ​ສາ​ຂອງ​ນາງ​ຈິ່ນ​ຈີ່ງ,​ທ່ານ​ນັ່ງ​ຢູ່​​ໃນ​ລົດ​ຕິດ​ຕາມ​ທີ່​ແລ່ນ​ນຳ​​ຫຼັງ​ຜູ້​ສົ່ງ​ຕໍ່​ທວນ​ໄຟ,​ທ່ານ​ໄດ້​ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ນັ້ນ.

"ມີ​ພວກ​ຕິ​ເບ​ດ​​ເອກະລາດ​ຈຳນວນ​ໜຶ່ງ​ມາ​ຍາດ​ເອົາທວນ​ໄຟ​ຢູ່​ໃນ​ມື​ຂອງ​ນາງ​ຈິ່ນ​ຈິ່ງ,​ແລະ​ຫຼອນ​ໂຈມ​ຕີ​ນາງ,​ບາງ​ຄົນ​ຈັບ​ຜົມ​ຂອງ​ນາງ​ແລະດຶງ​ເສື້ອ ດຶງ​ແຂນ​ຂອງ​ນາງ."

ໃຕ້ການປົກປ້ອງຂອງຜູ້ຄຸ້ມກັນການແລ່ນສົ່ງທວນໄຟ​ແລະ​ຕຳ​ຫຼວດ,​ພວກ​ຕິ​ເບດ​ເອ​ກະ​ລາດ​ຍາດ​ເອົາ​ທວນ​ໄຟ​ບໍ່​ໄດ້,ນາງຈິ່ນຈິ່ງ​ກໍ່​ບໍ່​ໄດ້​ຮັບ​ບາດ​ເຈັບ,​ແຕ່​ນາງ​ຍັງ​ຮູ້​ສຶກ​ຕຶ່ນ​ຕົກ​ໃຈ.​ເມື່ອ​ຂຶ້ນ​ລົດ​ຕິດ​ຕາມ​ແລ້ວ,​ນາງ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ຝະ​ຣັ່ງ​ທັງ​ຫຼາຍ, ແລະ​ທຸງ​ຊາດ​ຈີນ​ທີ່​ປິວ​ສະ​ບັດ​ຢູ່​ຕາມ​ຖະ​ໜົນ​ປາ​ຣີ​ກໍ​ເຮັດ​ໃຫ້​ນາງ​ພູມ​ໃຈ​ທີ່​ສຸດ.

"ຜູ້ສົ່ງຕໍ່ທວນໄຟຫຼາຍຄົນທີ່ນັ່ງຢູ່ເທິງລົດຕິດຕາມໄດ້ເຫັນປະສົບການຂອງ​ຂ້ອຍ​ໃນ​ເວ​ລາ​ສົ່ງ​ຕໍ່​ທວນ​ໄຟ.​ເມື່ອ​ຂ້ອຍ​ຂຶ້ນ​ລົດ,​ພວກເຂົາເຈົ້າລ້ວນ​ແຕ່​ໃຫ້​ກຳ​ລັງ​ໃຈ​ຂ້ອຍ​ດ້ວຍ​ພາ​ສາ​ຝະ​ຣັ່ງ.​ບັນ​ຍາ​ກາດ​ຂອງ​ການ​ສົ່ງ​ຕໍ່​ທວນ​ໄຟ​ເປັນ​ໄປ​ດ້ວຍ​ດີ,​ຂ້ອຍ​ໄດ້​ເຫັນ​ມີ​ນັກ​ຮຽນ​ຈີນ​ທີ່​ຮຽນ​ຢູ່​ຝະ​ຣັ່ງ​ຈຳ​ນວນ​ຫຼວງ​ຫຼາຍ​ຊູ​ທຸງ​ຊາດ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ,​ຂ້ອຍ​ກະ​ຕຸ້ນ​ໃຈ​ຫຼາຍ."

ໃນມື້​ນັ້ນ, ນັກ​ສຶກສາ​​ແລະຄົນ​ຈີນຕ່າງ​ດ້າວ​ອອກ​ມາ​ຢືນ​ຢູ່​ຕາມ​ຖະໜົນ​ຫົນທາງ​ແລະ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຈຳນວນ​ໜຶ່ງ​ເພື່ອ​ເບີ່​ງ​ການ​ສົ່ງ​ຕໍ່​ທວນ​ໄຟ. ​ເຂົາ​ເຈົ້າ​ແກ່ວ​ງທູງ​ແດງ​ຫາ​ດາວ, ຮ້ອງ​ຄຳ​ຂວັນ​ຕ່າງໆ, ​ເຊັ່ນ: "ສູ້, ສູ້", "ປັກ​ກິ່ງ​ຕ້ອນຮັບ​ທ່ານ" ​ດ້ວຍ​ພາສາ​ຈີນ​ແລະ​ພາສາ​ຝະຣັ່ງ. ຢູ່​ຕໍ່​ໜ້າ​ການລົບ​ກວນ​ຂອງ​ພວກຕິ​ເບ​ດອອກ​ເປັນ​ເອກະລາດ, ​ເຂົາ​ເຈົ້າ​ກໍ່​​ຮັກສາ​ຄວາມ​​​ໃຈ​ເຢັນ​ແລະ​ຄວາມ​ອົດ​ກັ້ນ​ທີ່​ສຸດ.

ເມື່ອ​ທວນ​ໄຟ​ໄປ​ຮອດ​ຈຸດໝາຍ​ປາຍ​ທາງ, ນັກ​ຂ່າວ​ໄດ້​ສຳພາດ​ນາງ​ບິດຕຣິກ ​ເຮ​ສ ນັກ​ກິລາລອຍ​ນ້ຳ ນັກ​ກິລາ​ຄົນ​ພິການ​ທີ່​ມີ​ຊື່​ສຽງຂອງ​ຝະຣັ່ງ. ​ນາງ​ເຄີຍ​ເຂົ້າ​ຮ່ວມ​ງາ​ນກິລາ​ໂອ​ລິ​ມປິກ​ຄົນ​ພິການ 5 ​ເທື່ອ, ​ເຄີຍ​ໄດ້ຫຼຽນຄຳ 20 ຫຼຽນ. ປະຈຸ​ບັນ, ​ລາວ​ແມ່ນ​ສະມາ​ຊິກ​ຂອງ​ຄະນະ​ກຳມະການ​ນັກ​ກິລາ​ໂອ​ລິ​ມປິກ​ສາກົນ. ​ລາວຮູ້ສຶກ​ມີ​ກຽດ​ທີ່​ສຸດ​ທີ່​ໄດ້​ເປັນ​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ນາງ​ເວົ້າ​ວ່າ:

"​ໃນ​ເວລາ​ສົ່ງ​ຕໍ່​ທວນ​ໄຟ, ຂ້ອຍ​ໄດ້​ຍິນ​ສຽງ​ຕົບ​ມື, ຊົມ​ເຊີຍ​ທັງໄດ້​ຍິນ​ສຽງ​ເຮ່​ສະ​ແດງ​ຄວາມ​ບໍ່ພໍ​ໃຈ. ​ແມ່ນ​ແລ້ວ, ​ແຕ່ລະຄົນ​ກໍ່​ມີ​ອິດສະຫຼະ​ໃນ​ການ​ສະ​ແດງ​ອອກ, ​ແຕ່​ຂ້ອຍກໍ່​ຫວັງ​ໃຫ້​ຄົນ​ທັງຫຼາຍ​ເຄົາລົບ​ຄວາມ​ພູມໃຈ​ທີ່​ໄດ້​ເປັນ​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ຂ້ອຍ. ການ​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິມປິກ​ໄດ້​ນຳ​ເອົາ​ຄວາມ​​ພາກພູມ​ໃຈ​ແລະ​ຄວາມສຸກມາ​ໃຫ້​ແກ່​ນັກ​ກິລາ, ໝົດ​ທຸກ​ຄົນ​ກໍ່​ຄວນ​ເຄົາລົບ​ນັບຖື, ​ເພາະວ່າ, ​ເຂົາ​ເຈົ້າ​ໄດ້​ເສຍສະຫຼະ​ຫຼາຍ​ເພື່ອ​ເລື່ອງ​ນີ້."

ຄວາມ​ປາຖະໜາ​ຂອງ​ຜູ້​ສົ່ງ​ຕໍ່​ທວນ​ໄຟ​ແລະ​ນັກ​ກິລາ​ຂອງ​ຈີນ​ແລະ​ຝະຣັ່ງ​ໄດ້​ຮັບ​ສຽງ​ຕອບ​ຮັບ​ອັນ​ຕັ້ງ​ໜ້າ​ຈາກ​ທ່ານ​ຈຽງ​ຊ້ຽວອີ ຮອງ​ປະທານ​ ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໃນ​ເວລາ​ກ່າວ​ຄຳ​ປົ່ງ​ໃສ, ທ່ານ​ກ່າວ​ວ່າ:

"​ໃນ​ສະຕະວັດ 21, ໜ້າ​ທີ່​ຮ່ວມ​ກັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກັບ​ພວກທ່ານ​ແລະຜູ້​ທີ່​ຮັກ​ກິລາ​ໂອ​ລິ​ມປິກ​ໝົດ​ທຸກ​ຄົນ, ​ແມ່ນປົກ​ປັກ​ຮັກສາ​ກຽດ​ສັກ​ສີຂອງ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​, ປົກ​ປັກ​ຮັກສາ​ຈຸດ​ປະສົງ​ຂອງໂອ​ລິມປິກ​ຄື​ສັນ​ຕິ​ພາບ, ມິດ​ຕະ​ພາບ​ແລະ​ກ້າວ​ໜ້າ. ພວກ​ເຮົາ​ຢາກ​ບອກ​ຄົນ​ທັງຫຼາຍ​ວ່າ: ປະ​ຊາ​ຊົນ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາຊົນ​ປະ​ເທດ​ຕ່າງ​ໆ, ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຍາວ​ນານ, ຈະ​ເລີ​ນພ້ອມ​ກັນ​ແລະ​ກົມກຽວ​ກັນ.​"