ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 10:19:24    
ຜູ່​ແທນ​ອາ​ເມ​ລິ​ກາ​ແລະ​ສປປ​ເກົາ​ຫລີ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່າວ​ວ່າ​ການ​​ເຈ​ລະ​ຈາ​ຢູ່​ສິງກະ​ໂປ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ​ເມສາ​ນີ້ ຫົວຫນ້າ​ຄະນະ​ຜູ່ະ​ແທນ​ອາ​ເມ​ລິ​ກາ​ແລະ​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ທີ່​ເຂົ້າຮ່ວມ​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫລມ​ເກົາຫລີ​ໄດ້​​ເຈລະຈາກັນ​ຢູ່​ສິງກະ​ໂປ.ຫລັງ​ຈາກ​ການ​ເຈລະຈາ​ສິ້ນ​ສຸດ​ລົງ, ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ.

ທ່ານ​ຄຼິສ​ໂທ​ເຟີ ຮີ​ວ ຜູ່​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວຫນ້າ​ຄະນະ​ຜູ່​ແທນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ເຈລະຈາ​ກັນ​ຢ່າງຮອບດ້ານ, ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ,​ແຕ່​ບໍ່​ໄດ້​ປະກາດ​ສັນຍາຢູ່​ສິງກະ​ໂປ.ທ່ານ​ກ່າວ​ວ່າ, ອາດ​ຈະ​ເຜີຍ​ແຜ່​ສະພາບ​ຄືບ​ຫນ້າ​ຂອງ​ການ​ເຈລະຈາ​ແລະ​ການ​ກະທຳໃນ​ບາດກ້າວ​ຕໍ່​ໄປ​ຢູ່​ປັກ​ກິ່ງ.

ທ່ານ​ກິມ​ແກ​ກວນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫລີ ຫົວຫນ້າ​ຄະນະ​ຜູ່​ແທນສປປ​ເກົາຫລີ​ກ່າວ​ວ່າ, ການ​ເຈລະຈາ​ໄດ້​ຫລຸດ​ຄວາມ​ເຫັນ​ຂັດ​ກັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ຫນ້ອຍ​ລົງ, ​ແຕ່​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫ​ລາມ​ເກົາຫລີ​ຕ້ອງການ​ເວລາ​ແລະ​ຄວາມ​ອົດທົນ.

ຂ່າວ​ແຈ້ງ​ອີກ​ວ່າ, ມື້​ດຽວ​ກັນ ຢູ່​ພຽງ​ຢາງ ທ່າ​ນກິມຢົງ​ອິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາ​ໄຫ​ລີ​ກ່າວ​ວ່າ, ຍ້ອນ​ອາ​ເມ​ລິ​ກາ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ກັບ​ສປປ​ເກົາຫລີ, ສະຖານະ​ການ​ແຫລມ​ເກົາຫລີ​ຍັງ​ຢູ່​ໃນ​ສະພາບ​ເຄັ່ງ​ຕືງ​ແລະ​ບໍ່​ຫມັ້ນທ່ຽງ.