ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 10:44:36    
ລັດ​ຖະ​ບານ​ຈີນ​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຕໍ່​ສື່​ມວນ​ຊົນ​ໃຕ້​ສະ​ພາບ​ສື່​ມວນ​ຈຳ​ນວນ​ຫນ້ອຍ​ລາຍ​ງານ​ຂ່າວ​ທີ່​ບໍ່​ຖືກ​ກັບ​ຕົວ​ຈິງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 8 ​ເມສາ​ນີ້ຢູ່​ປັກ​ກິ່ງ ທ່ານ​ວາງ​ພີ​ຈຸ່ນ ​ເຈົ້າຫນ້າ​ທີ່​ຫ້ອງການ​ຖະ​ແຫລ​ງຂ່າວ​ຂອງ​ລັດຖະບານ​ຈີນ​ໄດ້​ແນະນຳ​ເລື່ອງ​ຈິງ​ຂອງ​ເຫດການ​ຈະລາຈົນ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ຕິ​ເບ​ດຕໍ່​ທູດ​ທະຫານ​ຕ່າງປະ​ເທດ​ປະຈຳ​ຈີນ 70 ກວ່າ​ທ່ານ​ຂອງ 50 ກວ່າ​ປະ​ເທດ,ທ່ານ​ກ່າວ​ວ່າ, ລັດຖະບານ​ຈີນ​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ເປີດ​ປະຕູ​ຕໍ່​ສື່​ມວນ​ຊົນ​​ໃຕ້​ສະພາບສື່​ມວນ​ຊົນ​ຈຳນວນ​ຫນ້ອຍ​ລາຍ​ງານ​ເຫດການ​ດັ່ງກ່າວບໍ່​ຖືກ​ກັບ​ຕົວ​ຈິງ.

ທ່ານ​ວາງ​ພີ​ຈຸ່ນ​ກ່າວ​ວ່າ, ລັດຖະບານ​ຈີນ​ສົ່ງ​ເສີມ​ສື່​ມວນ​ຊົນ​​ຕ່າງໆ​ຂອງ​ຕ່າງປະ​ເທດ​ທຳ​ການ​ສື່ສານ​ກັບ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ,​ເຮັດ​ເລື່ອງ​ທີ່​ມີ​ຜົນ​ດີຕໍ່​ການ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮັກ​ແພງ​ລະຫວ່າງ​ປະຊາຊົນ​ໃຫ້​ຫລາຍ, ຢ່າ​ເຮັດ​​ເລື່ອງ​​ປັ້ນ​ແຕ່ງ​ຂ່າວ​ຂີ້​ຕົວະ​.

ວັນ​ທີ 14 ມີນາ,ຄົນຊົ່ວ​ຮ້າຍຈຳນວນ​ຫນຶ່ງ​ໄດ້​ກໍ່​ເຫດການ​ຈະລາຈົນ​ດ້ວຍ​ຄວາມ​ຮຸນ​ແຮງ​ຢູ່​ເມືອງ​ລາຊາ,​ເຜົາ​ແລະ​ຂ້າ​ສາມັນ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ຕາຍ 18 ຄົນ, 382 ຄົນ​ບາດ​ເຈັບ, ຮ້ານ​ຄ້າ​ແລະ​ເຮືອນ​ຢູ່​ຫລາຍ​ແຫ່ງ​ຖືກ​ທຳລາຍ, ຄວາມ​ເສຍ​ຫາຍດ້ານ​ຊັບ​ສິນມີ​​ເກືອບ 250 ລ້ານ​ຢວນ.