ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 15:10:27    
ການ​ເຈ​ລະ​ຈາ​ລະ​ຫວ່າງ​ສ.ປ.ປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ທີ່​ສິງ​ກະ​ໂປ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri
ຕາມ​ຂ່າວ CRI: ວັນ​ທີ 8 ​ເມສາ​ນີ້, ທ່ານ​ກຼິສ​ໂຕ​ເຟິ ຮິ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີກັບ​ທ່ານ​ຄີມ​ເກ​ກວານ ຫົວໜ້າ​ຄະນະ​ຜູ້​ແທນ​ສ.ປ.ປ​ເກົາຫຼີ​ໄດ້ຈັດການ​ເຈລະຈາ​ຢູ່​ສິງກະ​​ໂປ, ນີ້​ແມ່ນ​ການ​ຫາລື​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີພາຍ​​ໃນ​ຂອບ​ການ​ເຈລະຈາ 6 ຝ່າຍອີກ​ເທື່ອ​ໜຶ່ງ​ພາຍ​ຫຼັງສອງ​ຝ່າຍ​ເຈລະຈາກັນ​ຢູ່​ເຊີ​ແນວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ​ແລ້ວ​ນີ້.

ທ່ານ​ຮິ​ວກັບ​ທ່ານຄີມ​ເກ​ກວານ​ໄດ້​ຈັດການ​ເຈ​ລະ​ຈາ​ຢູ່​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ສິງກະ​ໂປ​​ເປັນ​ເວລາ 4 ຊົ່ວ​ໂມງ​ເຄິ່ງ. ຫຼັງຈາກ​ການ​ເຈລະຈາ, ສອງ​ຝ່າຍ​ບໍ່​ໄດ້​​ເປີດເຜີຍ​ຂໍ້​ລະອຽດ​ກ່ຽວ​ກັບ​ການ​ເຈລະຈາ, ​ແຕ່​ສະ​ແດງ​ຄວາມ​ເພີງ​ພໍ​ໃຈ​ຕໍ່​ຜົນ ​ການ​ເຈລະຈາ. ຢູ່​ສະຖານທູດ​ສ.ປ.ປ​ເກົາຫຼີປະຈຳ​ສິງກະ​ໂປ, ທ່ານຄີມ​ເກ​ກວານ ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ, ການ​ເຈລະຈາ​ໄດ້​ຫຼຸດຜ່ອນ​ຄວາມ​ຂັດ​ແຍ່ງກັນລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ການ​ເຈລະຈາ​ແມ່ນ​ໄດ້​ຮັບ​ຜົນສຳ​ເລັດ. ​ເມື່ອ​ມີ​ນັກ​ຂ່າວ​ຖາມ​ວ່າ​ສອງ​ຝ່າຍ​​ໄດ້ເຊັນ​ສັນຍາ​ກ່ຽວ​ກັບບັນຫາ​ລາຍ​ງານ​ແຜນການ​ນິວ​ເຄຼຍ​ຫຼື​ບໍ່, ທ່ານຄີມ​ເກ​ກວານກ່າວ​ວ່າ, ສອງ​ຝ່າຍ​ໄດ້ຫາລື​​ທຸກ​ບັນຫາ, ​ແກ້​ໄຂ​ບັນຫາ​ນິວ​ເຄຼຍສ.ປ.ປ​ເກົາຫຼີ​ຕ້ອງການ​ເວລາ​ແລ​ະຄວາມ​ອົດ​ກັ້ນ.

​ຢູ່​ໂຮມ​ແຮມ, ທ່ານ​ຮິ​ວ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ, ສອງ​ຝ່າຍ​ໄດ້​ຫາລື​ທຸກ​ບັນຫາ​ຂອງ​ການ​ເຈ​ລະ​ຈາ 6 ຝ່າ​ຍ, ສະພາບໃນ​ປະຈຸ​ບັນ, ​ແລະ​​ແຜນການ​ຕໍ່​ໄປ. ສອງ​ຝ່າຍ​ໄດ້​ຫາລື​ກັນ​ເປັນຢ່າງ​ດີຕໍ່​ທຸກ​ບັນຫາ, ​ໄດ້​ຮັບ​ຄວາມ​ຄືບໜ້າ​ດີກ​ວ່າການ​ເຈລະຈາ​ທີ່​ເຊີ​ແນວ. ທ່ານ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ລານ​ຍງານ​ຜົນສຳ​ເລັດ​ຂອງ​ການ​ເຈລະຈາ​ຕໍ່​ລັດຖະບານ, ​ແລະ​ກຳລັງ​ລໍຖ້າ​ຄຳ​ສັ່ງ, ສະ​ນັ້ນ, ຈຶ່ງ​ບໍ່​ໄດ້​​ເຊັນ​ສັນຍາ​ກັນ. ທ່ານ​ກ່າວ​ວ່າ, ທ່ານຈະ​ປະກາດ​ສະພາບ​ກ່ຽວ​ກັບ​ຄວາມ​ຄື​ບໜ້າ​ຂອງ​ການ​ເຈລະຈາ​ແລະ​ການ​ກະທຳຕໍ່​ໄປ​ຢູ່​ປັກ​ກິ່ງ.

ວັນ​ທີ 8 ​ເມສາ​ນີ້, ທ່ານ​ຮິ​ວ​ແລະທ່ານຄີມ​ເກ​ກວານ​ໄດ້​ເດີນທາງ​ຈາກ​ສິງກະ​​ໂປ​ມາ​ປັກ​ກິ່ງ. ມື້​ດຽວ​ກັນ, ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ອູ​ຕ້າ​ເວີຍ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ພົບ​ປະ​ທ່ານ​ຮິ​ວ​ຢູ່​ປັກ​ກິ່ງໃນ​ວັນ 9 ​ເມສາ​ນີ້, ຮັບ​ຟັງ​ການແຈ້ງ​ສະພາບ​ການ​​ເຈລະຈາລະ​ຫວ່າງ​ອາ​ເມ​ລິ​ກາ​ກັບສ.ປ.ປ​ເກົາຫຼີຢູ່​ສິງກະ​ໂປ. ພ້ອມ​ກັນ​ນັ້ນ, ນາງ​ຍັງ​ກ່າວ​ວ່າ, ຫົວໜ້າ​ຄະນະ​ຜູ້​ແທນ​ສ.​ເກົາຫຼີ​, ຍີ່​ປຸ່ນກໍ່​ຈະ​ມາ​ປັກ​ກິ່ງ, ຮັບ​ຟັງ​ປະກາດ​ແຈ້ງ​ສະພາບ​ທີ່​ກ່ຽວຂ້ອງ. ທ່ານ​ນາງ​ຈ່ຽງອີ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ​ເພີ່ມ​ທະວີ​ການສື່ສານ​ແລະ​ການ​ສົນທະນາ, ພ້ອມ​ກັນ​ຊຸກ​ຍູ້​ການ​ເຈລະຈາ 6 ຝ່າຍ​ແລະຂະ​ບວນ​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເຊື່ອ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະ​ນຳ​ໃຊ້​ໂອກາດ​ເທື່ອ​ນີ້​ຢ່າງ​ເຕັມ​ສ່ວນ, ລົງ​ເລິກ​ແລກປ່ຽນ​ແລະ​ຫາລື​ກັນກ່ຽວ​ກັບ​ສະຖານະ​ການ​​ແຫ່ງ​ການ​ເຈລະຈາ 6 ຝ່າຍ​​ໃນ​ປະຈຸ​ບັນ​ແລະ​ແຜນການ​ວຽກ​​ເຮັດ​ຕໍ່​ໄປ, ຫວັງ​ວ່າ, ການ​ພົບ​ປະ​ຈະ​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ.