ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-09 15:18:50    
ການ​ດີ​ຂຶ້ນ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ກະ​ສິ​ກຳ​ເຂດ​ຕິ​ເບດ​ໄດ້​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ເກົ່າ

cri
ຕາມ​ຂ່າວ CRI: ວັນ​ທີ 9 ​ເມສາ​ນີ້, ພາກສ່ວນ​ກະສິກຳ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດລາຍ​ງານວ່າ, ​ໃນ 5 ປີ​ທີ່​ຜ່ານ​ມາ, ການ​ລົງທຶນ​ໃນ​ດ້ານ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ກະສິກຳ​ຂອງ​ເຂດ​ຕິ​ເບ​ດມີ​ 2 ຕື້ 300 ລ້ານ​ຢວນ, ​ເງື່ອນ​ໄຂ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ໄດ້​ດີ​ຂຶ້ນ​ຕື່ມ​ອີກ.

​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ປະຕິບັດ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ກະສິກຳ​ອັນ​ສຳຄັນ​ຕ່າງໆ, ​ເຊັ່ນ: ການ​ຮັກສາ​ແລະ​ສ້າງ​ທົ່ງ​ຫຍ້າ​ທຳ​ມະ​ຊາດ, ການ​ສ້າງ​ແຫຼ່ງປູກ​ເຂົ້າ​ຊີງ​ເຄີຄຸນ​ນະພາ​ບດີ​ເປັນ​ຕົ້ນ. ​ໂຄງການເຊົາ​ລ້ຽງສັດປູກ​ຫຍ້າ​ຢູ່​ທົ່ງ​ຫຍ້າ​ທຳ​ມະ​ຊາດ​ໄດ້​ສຳ​ເລັດ​​ເນື້ອ​ທີ່​ປູກ​ຫຍ້າ 1 ລ້ານ 7 ​ແສນ 5 ໝື່ນ​ເຮັກຕາ. ​ໂຄງການ​ສ້າ​ງອາຍ​ເມ​ຕານ​ຢູ່​ຊົນນະບົດ​ທີ່​ປະຕິບັດ​ຢູ່ 23 ບ້ານ​ຂອງ​ເຂດ​ຕິ​ເບ​ດ, ​ເຮັດ​ໃຫ້​ຊາວ​ກະສິກອນ 7 ໝື່ນ​ກວ່າ​ຄົນ​ໃຊ້​ພະລັງງານ​ສະອາດ. ການ​ປະຕິບັດ​ໂຄງການ​ເຫຼົ່ານີ້, ບໍ່​ພຽງ​ແຕ່​ໄດ້​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ເຂດ​ກະສິກຳ​ຕິ​ເບ​ດ, ຍັງ​ໄດ້​ບູລະນະ​ເງື່ອນ​ໄຂ​ຜະລິດ​ແລະ​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຢ່າງ​ຫຼວງຫຼາຍ.

ຂ່າວ​ແຈ້ງວ່າ, ປີ​ກາຍ​ນີ້, ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ເຂດ​ຕິ​ເບດມີ​ປະມານ 2800 ຢວນ, ​ເພື່ອ​ຂຶ້ນ​ຫຼາຍ​ກວ່າ 80% ​ເມື່ອ​ທຽບ​ໃສ່ 5 ປີ​ກ່ອນ.